ຈີນເດັດດ່ຽວຍຄັດຄ້ານຖ້ອຍຄຳອັນຜິດພາດແລະການຕຳໜິວິຈານຢ່າງໄຮ້ເຫດຜົນຂອງຍີ່ປຸ່ນ

2022-08-09 11:45:12 cri



ໂດຍແນໃສ່ກໍລະນີທີ່ທ່ານຟູມີໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນອ້າງວ່າ: ລູກສອນໄຟນຳວິຖີທີ່ກອງທັບປົດປ່ອຍປະຊາຊົນຈີນຍິງນັ້ນໄດ້ຕົກລົງສູ່ “ເຂດເສດຖະກິດສະເພາະຍີ່ປຸ່ນ”, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນວັນທີ 8 ສິງຫານີ້ວ່າ: ເດັດດ່ຽວຄັດຄ້ານຖ້ອຍຄຳອັນຜິດພາດແລະການຕຳໜິວິຈານຢ່າງໄຮ້ເຫດຜົນຂອງຍີ່ປຸ່ນ, ບໍ່ວ່າຈະເວົ້າໃນດ້ານກົດໝາຍຫຼືສິນທຳທາງດ້ານການເມືອງ, ຍີ່ປຸ່ນກໍບໍ່ມີຄຸນວຸດທິແລະບໍ່ມີສິດຕຳໜິວິຈານຢ່າງບໍ່ມີຄວາມຮັບຜິດຊອບກ່ຽວກັບບັນຫາໄຕ້ຫວັນ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຍີ່ປຸ່ນເຄີຍຍຶດຄອງຢ່າງຜິດກົດໝາຍພ້ອມທັງດຳເນີນການປົກຄອງແບບລ່າເມືອງຂຶ້ນຢູ່ໄຕ້ຫວັນເປັນເວລາເຖິງເຄິ່ງສະຕະວັດ, ໂດຍໄດ້ເຂັ່ນຂ້າພີ່ນ້ອງໄຕ້ຫວັນຂອງຈີນ 6 ແສນກວ່າຄົນ, ປຸ້ນເອົາຊັບພະຍາກອນເປັນຈຳນວນຫຼວງຫຼາຍ ພ້ອມທັງບັງຄັບເກນໃຊ້ແຮງງານຫຼາຍປະເທດເຊິ່ງລວມທັງປະເທດໃນອາຊີຕາເວັນອອກສຽງໃຕ້, ຄົນຈຳນວນຫຼວງຫຼາຍຖືກທໍລະມານຈົນເສຍຊີວິດ. ປະຫວັດສາດຄືແນວນີ້, ຍີ່ປຸ່ນບໍ່ຄວນຫຼົງລືມ, ຕ້ອງໄດ້ສຳຫຼວດຕົນເອງຄືນຢູ່ສະເໝີ.

ຕໍ່ກັບເລື່ອງທີ່ຝ່າຍຍີ່ປຸ່ນອ້າງວ່າ ການເຄື່ອນໄຫວຊ້ອມຮົບຂອງກອງທັບຈີນໄດ້ກະທົບເຖິງອັນທີ່ເອີ້ນວ່າ “ເຂດເສດຖະກິດສະເພາະຍີ່ປຸ່ນ”ນັ້ນ, ທ່ານວ່າງເວີນປິ່ນຕອບໂຕ້ວ່າ: “ຈີນແລະຍີ່ປຸ່ນບໍ່ໄດ້ຂີດແບ່ງເສັ້ນຊາຍແດນຢູ່ເຂດທະເລທີ່ກ່ຽວຂ້ອງ, ຄຳວ່າ ‘ເຂດເສດຖະກິດສະເພາະຍີ່ປຸ່ນ’ ມັນມີມາແຕ່ໃສ? ໄຕ້ຫວັນເປັນດິນແດນຂອງຈີນ, ຈີນດຳເນີນການຫັດແອບແລະຊ້ອມຮົບຕາມປົກກະຕິຢູ່ເຂດທະເລອ້ອມແອ້ມດິນແດນຂອງຕົນ ແມ່ນເປັນການເປີດເຜີຍ, ໂປ່ງໃສແລະວິຊາການ, ສອດຄ່ອງກັບກົດໝາຍຂອງຈີນແລະສອດຄ່ອງກັບກົດໝາຍສາກົນ ທັງສອດຄ່ອງກັບປະເພນີສາກົນ. ມັນບໍ່ພຽງແຕ່ເປັນການຕັກເຕືອນຕໍ່ຜູ້ທ້າທາຍເກາະຜິດເທົ່ານັ້ນ, ຍັງເປັນການກະທຳທີ່ຖືກຕ້ອງແລະເປັນທຳໃນການປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດຕົນ.”‍‍‍‍‍‍‍‍