ຈີນເດັດດ່ຽວຄັດຄ້ານອາເມຣິກາ ອັງກິດແລະອົສຕຣາລີຮ່ວມມືຜະລິດກຳປ່ັນດຳນ້ຳພະລັງງານນີວເຄລຍເພື່ອຮຽນແບບ"ການຮ່ວມກັນຊົມໃຊ້ນີວເຄລຍ"ຢູ່ພາກພື້ນອາຊີ-ປາຊິຟິກ

2022-08-09 15:21:49 cri


ວັນທີ 8 ສິງຫານີ້,ທ່ານລີສົ່ງ ເອກອັກຄະລັດຖະທູດຈີນກ່ຽວກັບວຽກງານການຫຼຸດກຳລັງຮົບໄດ້ປະກອບຄຳເຫັນໃນກອງປະຊຸມພິຈາລະນາສົນທິສັນຍາບໍ່ແຜ່ຜາຍອາວຸດນີວເຄລຍຄັ້ງທີ 10 ທີ່ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກປະເທດອາເມຣິກາໂດຍໄດ້ບັນຍາຍຫຼັກໝັ້ນແລະຈຸດຢືນຂອງຈີນໃນບັນຫາບໍ່ແຜ່ຜາຍອາວຸດນີວເຄລຍຢ່າງຮອບດ້ານ,ເດັດດ່ຽວຄັດຄ້ານອາເມຣິກາ ອັງກິດແລະອົສຕຣາລີດຳເນີນການຮ່ວມມືຜະລິດກຳປ່ັນດຳນ້ຳພະລັງງານນີວເຄລຍ,ພ້ອມທັງກ່າວເຕືອນຍີ່ປຸ່ນແລະປະເທດທີ່ກ່ຽວຂ້ອງ ບໍ່ໃຫ້ຮຽນແບບ"ການຮ່ວມກັນຊົມໃຊ້ນີວເຄລຍ"ຢູ່ພາກພື້ນອາຊີ-ປາຊິຟິກ.


ທ່ານລີສົ່ງກ່າວເນັ້ນໜັກວ່າ:ການຮ່ວມມືຜະລິດກຳປັ່ນດຳນ້ຳພະລັງງານ ນີວເຄລຍລະຫວ່າງອາເມຣິກາ ອັງກິດແລະອົສຕຣາລີແມ່ນບໍ່ເຄີຍມີຕົວຢ່າງມາກ່ອນໃນປະຫວັດສາດ,ເປັນການແຜ່ຜາຍອາວຸດນີວເຄລຍລະດັບຕຳລາແບບຮຽນ.ໃນຖານະເປັນປະເທດພາຄີໃນສົນທິສັນຍາບໍ່ແຜ່ຜາຍອາວຸດນີວເຄລຍ,ໃນຖານະເປັນປະເທດທີ່ມີອາວຸດນີວເຄລຍ,ອາເມຣິກາແລະອັງກິດແມ່ນບັງອາດຕົກລົງໂອນປະຕິກອນພະລັງງານສຳລັບກຳປັ່ນດຳນ້ຳນີວເຄລຍແລະທາດຢູເລນຽມທີ່ມີ ຄວາມເຂັ້ມຂຸ້ນສູງລະດັບຜະລິດອາວຸດນັບເປັນໂຕນໃຫ້ແກ່ປະເທດທີ່ບໍ່ມີອາວຸດນີວເຄລຍເຊິ່ງເປັນການສ້າງຄວາມສ່ຽງດ້ານການແຜ່ຜາຍຢ່າງໜັກໜ່ວງແລະໄດ້ ເຜີຍແບໃຫ້ເຫັນຢ່າງເຕັມສ່ວນເຖິງ"ສອງມາດຕະຖານ"ຂອງສອງປະເທດດັ່ງກ່າວ.ການຮ່ວມມືຜະລິດກຳປ່ັນດຳນ້ຳພະລັງງານນີວເຄລຍລະຫວ່າງສາມປະເທດດ່ັງກ່າວເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງບັນດາປະເທດຢູ່ພາກພື້ນອາຊີ-ປາຊິຟິກ,ສ້າງຄວາມເປັັນປໍລະປັກກັນລະຫວ່າງຝ່າຍ,ກະຕຸ້ນການ ຊ່ວງເສັງກຳລັງຮົບ,ເປັນການສ້າງຜົນເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເຂດປອດນີວເຄລຍຢູ່ມະຫາສະໝຸດປາຊິຟິກໃຕ້ແລະເຂດບໍ່ມີອາວຸດນີວເຄລຍຢູ່ອາຊີຕາເວັນອອກສຽງໃຕ້,ເປັນການຢຽບຢ່ຳຈຸດປະສົງແລະວັດຖຸປະສົງຂອງສົນທິສັນຍາຢ່າງເປີດແປນ.ຝ່າຍຈີນທວງໃຫ້ສາມປະເທດດ່ັງກ່າວຈົ່ງແກ້ໄຂຄວາມຜິດພາດ,ຍົກເລີກຄຳຕົກລົງດຳເນີນການຮ່ວມມືຜະລິດກ່ຳປ່ັນດຳນ້ຳພະລັງງານນີວເຄລຍທີ່ກ່າວມາເທິງນີ້,ເຮັດເລື່ອງດີຕົວຈິງເຂົ້າໃນການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນອາຊີ-ປາຊິຟິກ.