ທູຕານຸທູດປະເທດອິສລາມປະຈຳຈີນຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ນະໂຍບາຍປົກຄອງເຂດຊິ່ນຈ່ຽງຂອງຈີນ

2022-08-09 15:40:56 cri


ວັນທີ 8 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງສະພາບການທີ່ຄະນະຜູ້ແທນທູຕານຸທູດປະເທດອິສລາມປະຈຳຈີນເດີນທາງຢ້ຽມຢາມເຂດຊິ່ນຈ່ຽງຂອງຈີນ ໂດຍທ່ານກ່າວວ່າ: ທູຕານຸທູດປະເທດອິສລາມໄດ້ຍ້ອງຍໍຊົມເຊີຍນະໂຍບາຍປົກຄອງເຂດຊິ່ນຈ່ຽງຂອງລັດຖະບານຈີນທີ່ຖືປະຊາຊົນເປັນໃຈກາງ, ຊົມເຊີຍຄວາມພະຍາຍາມຢ່າງໃຫຍ່ຫຼວງແລະຜົນສຳເລັດອັນອຸດົມສົມບູນທີ່ໄດ້ຮັບຈາກການພັດທະນາເສດຖະກິດ, ຄວາມສາມັກຄີລະຫວ່າງຊົນເຜົ່າແລະຂົງເຂດອື່ນໆຂອງເຂດຊິ່ນຈ່ຽງ.

ລະຫວ່າງວັນທີ 1 ຫາ 5 ສິງຫານີ້, ເອກອັກຄະລັດຖະທູດ ແລະເຈົ້າໜ້າທີ່ການທູດຂອງ 30 ປະເທດອິສລາມປະຈຳຈີນໄດ້ເດີນທາງໄປຢ້ຽມຢາມເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ເຊິ່ງໄດ້ໄປຢ້ຽມຢາມຄອບຄົວຂອງປະຊາຊົນເຜົ່າອຸຍເກີ, ໄດ້ແລກປ່ຽນຄວາມເຫັນກັບບຸກຄົນຜູ້ເຊື່ອຖືສາສະໜາໂດຍກົງ, ໄດ້ເຫັນສະພາບການຕົວຈິງທີ່ປະຊາຊົນບັນດາເຜົ່າຢູ່ເຂດຊິ່ນຈ່ຽງຢູ່ຮ່ວມກັນຢ່າງກົມກຽວ, ຄວາມເສລີໃນການເຊື່ອຖືສາສະໜາມີການຮັບປະກັນຢ່າງເຕັມສ່ວນ, ການລຶບລ້າງຄວາມທຸກຍາກແລະການສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດໄດ້ຮັບຄວາມຄືບໜ້າ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ນັບແຕ່ເດືອນທັນວາປີ 2018 ເປັນຕົ້ນມາ, ມີບຸກຄົນໃນວົງການຕ່າງໆ 2000 ກວ່າຄົນຈາກ 100 ກວ່າປະເທດແລະເຂດແຄ້ວນໄດ້ໄປຢ້ຽມຢາມເຂດຊິ່ນຈ່ຽງ, ໄດ້ເປັນສັກຂີພິຍານໃຫ້ແກ່ສະພາບການຕົວຈິງທີ່ສັງຄົມຊິ່ນຈ່ຽງມີຄວາມສະຫງົບສຸກ, ເສດຖະກິດມີການພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ, ຊົນເຜົ່າຕ່າງໆມີຄວາມກົມກຽວກັນ ແລະປະຊາຊົນມີຄວາມຜາສຸກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ