ນາຍົກຍີ່ປຸ່ນກ່າວຄຳປາໄສໃນພິທີລະນຶກເຫດການຮິໂຣຊີມະຖືກຖິ້ມລະເບີດປະລະມານູຄົບຮອບ77ປີ ແຕ່ບໍ່ໄດ້ມີການທົບທວນຄືນປະຫວັດການຮຸກຮານຂອງຍີ່ປຸ່ນ

2022-08-09 11:43:13 cri



ວັນທີ 8 ສິງຫານີ້ ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບນາຍົກລັດຖະມົນຕີຍີ່ປຸ່ນກ່າວຄຳປາໄສໃນພິທີລະນຶກເຫດການຮິໂຣຊີມະຖືກຖິ້ມລະເບີດປະລະມານູຄົບຮອບ77ປີນັ້ນ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເວົ້າເຖິງເຫດການຖິ້ມລະເບີດປະລະມານູແມ່ນບໍ່ສາມາດຕັດແຍກອອກຈາກປະຫວັດສາດພິເສດໃນເວລານັ້ນໄດ້, ຍີ່ປຸ່ນເວົ້າແຕ່ເລື່ອງຖືກຖິ້ມລະເບີດປະລະມານູ, ແຕ່ຊ້ຳພັດບໍ່ໄດ້ທົບທວນຄືນຢ່າງເລິກເຊິ່ງຕໍ່ກັບປະຫວັດການຮຸກຮານຂອງປະເທດຕົນ, ບໍ່ຮູ້ວ່າ ປະຊາຄົມໂລກເຊິ່ງລວມທັງອາເມຣິກາຈະຕີລາຄາຄືແນວໃດຕໍ່ກັບເລື່ອງນີ້.

 ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ: ຍີ່ປຸ່ນໃນຖານະເປັນປະເທດທີ່ຖືກໂຈມຕີດ້ວຍອາວຸດນີວເຄລຍພຽງປະເທດດຽວ, ເປັນເວລາຍາວນານມາແລ້ວ ໄດ້ອ້າງວ່າ ຕົນເປັນແບບຢ່າງທີ່ດີໃນຂົງເຂດຫຼຸດກຳລັງອາວຸດນີວເຄລຍສາກົນແລະການບໍ່ແຜ່ຜາຍອາວຸດນີວເຄລຍ, ພ້ອມທັງມີຈຸດຢືນໃນການສ້າງໂລກທີ່ປອດອາວຸດນີວເຄລຍ. ແຕ່ໃນຄວາມເປັນຈິງແລ້ວ, ຍີ່ປຸ່ນຊ້ຳພັດຊົມໃຊ້ “ຄັນຮົ່ມອາລັກຂາ”ຂອງອາເມຣິກາ, ພ້ອມທັງຄັດຄ້ານແລະສະກຫັດກ້ັນບໍ່ໃຫ້ອາເມຮິກາປະຕິບັດນະໂຍບາຍປະຖິ້ມການນຳໃຊ້ອາວຸດນີວເຄລຍກ່ອນໝູ່.

ທ່ານວ່າງເວີນປິ່ນກ່າວເນັ້ນຕື່ມວ່າ: ຈີນເລັ່ງທວງໃຫ້ຍີ່ປຸ່ນໃນຖານະເປັນປະເທດພາຄີທີ່ບໍ່ມີອາວຸດນີວເຄລຍຂອງສົນທິສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນີວເຄລຍ, ຕ້ອງປະຕິບັດຕາມພັນທະສາກົນໃນການບໍ່ແຜ່ຜາຍອາວຸດນີວເຄລຍຢ່າງແທ້ຈິງ, ເຄົາລົບແລະປະຕິບັດຕາມຄຳໝັ້ນສັນຍາຂອງຕົນກ່ຽວກັບ 3 ຫຼັກການການປອດອາວຸດນີວເຄລຍນັ້ນຢ່າງເຂັ້ມງວດ, ຕ້ອງບໍ່ພັດທະນາຫຼືນຳເຂົ້າອາວຸດນີວເຄລຍ, ເພື່ອປະກອບສ່ວນຕາມທາງຄວນດ້ວຍການກະທຳຕົວຈິງເຂົ້າໃນການບັນລຸການສ້າງໂລກທີ່ປອດອາວຸດນີວເຄລາຍ.