ຫ້ອງການວຽກງານໄຕ້ຫວັນ ແລະຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນເຜີຍແຜ່ປື້ມປົກຂາວພາຍໃຕ້ຫົວຂໍ້ “ບັນຫາໄຕ້ຫວັນ ແລະ ພາລະກິດທ້ອນໂຮມປະເທດຈີນເປັນເອກະພາບໃນຍຸກໃໝ່”

2022-08-10 13:52:37 CRI


 

ວັນທີ 10 ສິງຫານີິ້, ຫ້ອງການວຽກງານໄຕ້ຫວັນ ແລະຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວພາຍໃຕ້ຫົວຂໍ້ “ບັນຫາໄຕ້ຫວັນ ແລະ ພາລະກິດທ້ອນໂຮມປະເທດຈີນເປັນເອກະພາບໃນຍຸກໃໝ່”.

 

ເນື້ອໃນປື້ມປົກຂາວລະບຸວ່າ: ໄຕ້ຫວັນຂຶ້ນກັບປະເທດຈີນມາແຕ່ບູຮານນະການ ເຊິ່ງເປັນຄວາມຈິງຢ່າງຈະແຈ້ງໃນດ້ານປະຫວັດສາດ ແລະ ກົດໝາຍ. ມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດແມ່ນເອກະສານການເມືອງທີ່ໄດ້ສະແດງໃຫ້ເຫັນເຖິງຫຼັກການປະເທດຈີນດຽວ, ພຶດຕິກຳສາກົນໄດ້ຢັ້ງຢືນຜົນສັກສິດດ້ານກົດໝາຍຢ່າງເຕັມສ່ວນ, ບໍ່ອະນຸຍາດໃຫ້ມີການບິດເບືອນ. ຫຼັກການປະເທດຈີນດຽວແມ່ນຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍທົ່ວໄປຂອງປະຊາຄົມໂລກ.

 

ພາຍໃຕ້ການນຳພາ ແລະ ຊຸກຍູ້ຂອງພັກກອມມູນິດຈີນ, ໃນໄລຍະ 70 ກວ່າປີຜ່ານມາ ໂດຍສະເພາະແມ່ນສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ສິ້ນສຸດສະພາບການທີ່ຫ່າງເຫີນກັນ, ສາຍພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ຮັບການຂະຫຍາຍຕົວຢ່າງຫຼວງຫຼາຍ, ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝັ່ງນັບມື້ນັບກວ້າງອອກ, ການໄປມາຫາສູ່ກັນນັບມື້ນັບໃກ້ຊິດກວ່າເກົ່າ, ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນ ໂດຍສະເພາະແມ່ນພີ່ນ້ອງຮ່ວມຊາດໄຕ້ຫວັນ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ, ສອງຝັ່ງປອງດອງກັນ ແລະຮ່ວມມືກັນກໍຈະໄດ້ຮັບຜົນປະໂຫຍດທັງສອງຝ່າຍ.

 

ອິດທິກຳລັງພາຍນອກຍຸຍົງສົ່ງເສີມໃຫ້ອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ທ້າທາຍເກາະຜິດ, ເຮັດໃຫ້ສອງຝັ່ງເປັນປໍລະປັກກັນຢ່າງຮຸນແຮງຂຶ້ນ ແລະ ສະຖານະການຢູ່ເຂດຊ່ອງແຄບໄຕ້ຫວັນມີຄວາມເຄັ່ງຕຶງຂຶ້ນຕື່ມ, ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອາຊີປາຊີຟິກ, ເຊິ່ງໄດ້ຝ່າຝືນກະແສຟອງຂອງຍຸກສະໄໝທີ່ສະແຫວງຫາສັນຕິພາບ ຊຸກຍູ້ການພັດທະນາ ແລະ ສະແຫວງຫາການເຮັດໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ,ພ້ອມທັງຝ່າຝືນຄວາມມຸ່ງຫວັງຂອງປະຊາຄົມໂລກ ແລະ ຄວາມປາຖະໜາຂອງປະຊາຊົນທົ່ວໂລກ.

 

ເນື້ອໃນປື້ມປົກຂາວລະບຸຕື່ມວ່າ, ການທ້ອນໂຮມສອງຝັ່ງຊ່ອງແຄບໄຕ້ຫວັນເປັນເອກະພາບໂດຍສັນຕິຕາມທິດທາງ “ປະເທດດຽວ ສອງລະບອບ”, ຈະສ້າງພື້ນຖານອັນໃໝ່ໃຫ້ແກ່ການພັດທະນາ ຄວາມກ້າວໜ້າຂອງຈີນ ແລະ ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ຈະສ້າງໂອກາດອັນໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງໄຕ້ຫວັນ, ຈະນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ພີ່ນ້ອງຮ່ວມຊາດໄຕ້ຫວັນຈຳນວນມະຫາສານ. ສອງຝັ່ງຊ່ອງແຄບໄຕ້ຫວັນທ້ອນໂຮມເປັນເອກະພາບໂດຍສັນຕິ, ບໍ່ພຽງແຕ່ຈະເປັນຜົນປະໂຫຍດຕໍ່ປະຊາຊາດຈີນ ແລະ ປະຊາຊົນຈີນເທົ່ານັ້ນ, ຍັງເປັນຜົນປະໂຫຍດຕໍ່ປະຊາຄົມໂລກ ແລະ ປະຊາຊົນທົ່ວໂລກເຊັ່ນດຽວກັນ.