ນັກການເມືອງຍີ່ປຸ່ນກ່າວວ່າ ຍີ່ປຸ່ນຄອງຖານະການນຳຕໍ່ ສ ເກົາຫຼີ

2022-08-10 11:58:55 cri


ຕໍ່ກັບຖ້ອຍຄຳຂອງອະດີດສະມາຊິກສະພາຍີ່ປຸ່ນທີ່ກ່າວວ່າ ຍີ່ປຸ່ນຄອງຖານະການນຳຕໍ່ສາທາລະນະລັດເກົາຫຼີແລະອື່ນໆ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 9 ສິງຫານີ້ວ່າ,ຝ່າຍຈີນຮູ້ສຶກຕື່ນຕົກໃຈຕໍ່ຄຳເວົ້າທີ່ກ່ຽວຂ້ອງຂອງຝ່າຍຍີ່ປຸ່ນ,ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຈາກດ້ານໜຶ່ງເຖິງທັດສະນະປະຫວັດສາດຂອງຍີ່ປຸ່ນທີ່ບິດເບືອນຄວາມຈິງມາເປັນເວລາຍາວນານ.


ອີງຕາມການລາຍງານຂ່າວ,ທ່ານເຊອິຊີໂຣ ເອໂຕ ອະດີດຮອງປະທານສະພາຕ່ຳຂອງຍີ່ປຸ່ນທີ່ເປັນສະມາຊິກສະພາສັງກັດພັກເສລີປະຊາທິປະໄຕຍີ່ປຸ່ນໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ:ສາທາລະນະລັດເກົາຫຼີເຄີຍເປັນຫົວເມືອງຂຶ້ນຂອງຍີ່ປຸ່ນ,ເວົ້າໃນດ້ານຄວາມໝາຍໃດໜຶ່ງແລ້ວ,ຍີ່ປຸ່ນແມ່ນຊົງຕົວຄ້າຍຄືກັບ"ອ້າຍໃຫຍ່",ສາຍພົວພັນຍີ່ປຸ່ນ-ສາທາລະນະລັດເກົາຫຼີບໍ່ແມ່ນສະເໝີພາບກັນ,ຍີ່ປຸ່ນຄວນຄອງຖານະການນຳ.


ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານວ່າງເວີນປິ່ນໄດ້ກ່າວວ່າ:"ໃນສາຍພົວພັນສາກົນ,ບໍ່ວ່າປະເທດໃຫຍ່ຫຼືນ້ອຍ ເຂັ້ມແຂງຫຼືອ່ອນແອ ຮັ່ງມີຫຼືວ່າທຸກຍາກ ລ້ວນແຕ່ສະເໝີພາບກັນ.ນັກການເມືອງຈຳນວນໜຶ່ງຂອງຍີ່ປຸ່ນບໍ່ຮູ້ຈັກອັບອາຍຕໍ່ປະຫວັດສາດທີ່ອັບອາຍຂາຍໜ້າຂອງປະເທດຕົນທີ່ຮຸກຮານແລະເອົາປະເທດອື່ນເປັນຫົວເມືອງຂຶ້ນ,ແຕ່ຊ້ຳພັດຮູ້ສຶກພາກພູມໃຈ,ມາຮອດປັດຈຸບັນຍັງຄົງມີທ່າທີຈອງຫອງທີ່ຖືຕົນຢູ່ເໜືອຜູ້ອື່ນແລະສາມາດຊີ້ບົ່ງຜູ້ອື່ນ,ນີ້ໄດ້ເຮັດໃຫ້ຄົນດູຖູກ.ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຈາກດ້ານໜຶ່ງເຖິງທັດສະນະປະຫວັດສາດຂອງຍີ່ປຸ່ນທີ່ບິດເບືອນມາຄວາມຈິງເປັນເວລາຍາວນານ,ເຫດຜົນຊັ້ນເລິກທີ່ຢູ່ເບື້ອງຫຼັງຂອງມັນແລະຜົນກະທົບດ້ານລົບທີ່ແຝງຊ້ອນຢູ່ແມ່ນເປັນໜ້າຕຶກຕອງແລະລະມັດລະວັງສຳລັບປະຊາຄົມໂລກ."