ສະພາຄົ້ນຄວ້າສິດທິມະນຸດຈີນເຜີຍແຜ່ ບົດລາຍງານຜົນການຄົ້ນຄວ້າກ່ຽວກັບ “ໂທດກຳຂອງອາເມຣິກາທີ່ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຢູ່ເຂດຕາເວັນອອກກາງ ແລະ ສະຖານທີ່ອື່ນໆ”

2022-08-10 10:31:10 CRI


ຫວ່າງບໍ່ດົນມານີ້, ສະພາຄົ້ນຄວ້າສິດທິມະນຸດຈີນໄດ້ເຜີຍແຜ່ ບົດລາຍງານຜົນການຄົ້ນຄວ້າກ່ຽວກັບ “ໂທດກຳຂອງອາເມຣິກາທີ່ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງຢູ່ເຂດຕາເວັນອອກກາງ ແລະ ສະຖານທີ່ອື່ນໆ”, ໂດຍໄດ້ລວບລວມໂທດກຳຕ່າງໆຂອງອາເມຣິກາທີ່ລະເມີດກົດໝາຍສາກົນຢ່າງໜັກໜ່ວງຢູ່ເຂດຕາເວັນອອກກາງ ແລະ ເຂດອ້ອມຂ້າງ, ເຊິ່ງເປັນການລ່ວງລະເມີດຕໍ່ສິດທິມະນຸດຢ່າງເປັນລະບົບ, ມີຜົນຮ້າຍຢ່າງຕໍ່ເນື່ອງ ແລະ ຍາວນານ.

 



ນັບແຕ່ປີ 2001 ເປັນຕົ້ນມາ, ອາເມຣິກາໄດ້ເຕົ້າໂຮມພັນທະມິດກໍ່ສົງຄາມອ່າວເປີເຊຍ, ສົງຄາມອັຟການິດສະຖານ, ສົງຄາມອີຣັກ ແລະອື່ນໆ, ຍັງໄດ້ເຂົ້າຮ່ວມໃນສົງຄາມລີບີ ແລະ ສົງຄາມຊີຣີຢ່າງເລິກເຊິ່ງ, ໄດ້ສ້າງໄພພິບັດດ້ານມະນຸດສະທຳທີ່ບໍ່ຄ່ອຍພົບເຫັນຢູ່ໃນໂລກ. ໂຄງການຄົ້ນຄວ້າ “ຄ່າທົດແທນຂອງສົງຄາມ” ຂອງມະຫາວິທະຍາໄລບຣອນປະເທດອາເມຣິກາຊີ້ອອກວ່າ, ມີຫຼາຍກວ່າ 174.000ຄົນໄດ້ເສຍຊີວິດໂດຍກົງໃນສົງຄາມອັຟການິດສະຖານ, ໃນນັ້ນ 47.000 ກວ່າຄົນແມ່ນປະຊາຊົນສາມັນ. ນັບແຕ່ປີ 2003 ຫາປີ 2021, ມີປະຊາຊົນອີຣັກປະມານ 209.000 ຄົນເສຍຊີວິດໃນສົງຄາມ ຫຼື ຈາກການປະທະກັນດ້ວຍຄວາມຮຸນແຮງ, ປະຊາຊົນອີຣັກປະມານ 9,2 ລ້ານຄົນຕົກເປັນຊາວອົບພະຍົບ ຫຼື ຖືກບັງຄັບໃຫ້ໜີອອກຈາກບ້ານເກີດເມືອງນອນ. ອີງຕາມຕົວເລກທີ່ອົງການສະຫະປະຊາຊາດເຜີຍແຜ່ນັ້ນ, ການແຊກແຊງທາງການທະຫານຂອງອາເມຣິກາໄດ້ເຮັດໃຫ້ປະຊາຊົນຊີຣີຢ່າງໜ້ອຍ 350.000 ຄົນເສຍຊີວິດ, 12 ລ້ານກວ່າຄົນໄດ້ສູນເສຍທີ່ເພີ່ງພາອາໄສ, ແລະປະຊາຊົນຊີຣີ 14 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ.