ຈີນກ່າວວ່າ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຈີນ-ສ.ເກົາຫຼີຂະຫຍາຍໄປຂ້າງໜ້າຢ່າງປອດໃສແລະໝັ້ນທ່ຽງ

2022-08-10 11:31:12 cri


ວັນທີ 9 ສິງຫານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານປັກຈິນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ມາຢ້ຽມຢາມຈີນຢູ່ນະຄອນຊີ່ງຕາວແຂວງຊ່ານຕຸ່ງຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ປີນີ້ແມ່ນປີທີ່ຈີນແລະສ.ເກົາຫຼີ ສ້າງການພົວພັນທາງການທູດຄົບຮອບ 30 ປີ. ປະຫວັດສາດແລະພຶດຕິກຳຕົວຈິງໄດ້ຢືນຢັນໃຫ້ເຫັນວ່າ: ຈີນແລະສ.ເກົາຫຼີແມ່ນປະເທດໃກ້ຄຽງທີ່ຮ່ວມທຸກຮ່ວມສຸກນຳກັນໃນບັນຫາຄວາມໝັ້ນຄົງມາໂດຍຕະຫຼອດ, ແມ່ນຄູ່ຮ່ວມມືທີ່ມີຄວາມຕ້ອງການຕໍ່ກັນມາໂດຍຕະຫຼອດ.

ທ່ານຫວາງຢີ້ກ່າວເນັ້ນໜັກຕື່ມວ່າ: ໃນ 30 ປີຕໍ່ໜ້ານີ້, ສອງຝ່າຍຄວນຖອດຖອນບົດຮຽນທີ່ມີຜົນປະໂຫຍດ, ກຳແໜ້ນສະພາບການພັດທະນາການພົວພັນລະຫວ່າງສອງປະເທດຢ່າງໝັ້ນທ່ຽງໃຫ້ດີ. ຄວນຍຶດໝັ້ນຄວາມເປັນເອກະລາດແລະເປັນເຈົ້າຕົນເອງ, ບໍ່ຖືກວົງການພາຍນອກລົບກວນ, ຄວນຍຶດໝັ້ນການເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມິດຕະພາບ, ເຄົາລົບຄວາມເປັນຫ່ວງທີ່ສຳຄັນຂອງກັນແລະກັນ, ຄວນຍຶດໝັ້ນການເປີດປະຕູແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັກສາໃຫ້ຕ່ອງ ໂສ້ການຜະລິດແລະຕ່ອງໂສ້ການສະໜອງມີຄວາມໝັ້ນທ່ຽງແລະໂລ່ງລ່ຽນ, ຄວນຍຶດໝັ້ນຄວາມສະເໝີພາບກັນແລະເຄົາລົບເຊິ່ງກັນລະກັນ, ບໍ່ແຊກແຊງວຽກງານພາຍໃນຂອງກັນແລະກັນ, ຄວນຍຶດໝັ້ນລັດທິຫຼາຍຝ່າຍ, ເຄົາລົບຈຸດປະສົງແລະຫຼັກການຂອງກົດບັດ ສປຊ. ຈີນຍິນດີຮ່ວມກັບສ.ເກົາຫຼີ, ຍຶດໝັ້ນການພົວພັນຄູ່ຮ່ວມມືຍຸດທະສາດທີ່ສອງຝ່າຍຕົກລົງນຳກັນ, ຊຸກຍູ້ໃຫ້ການພົວພັນຈີນ-ສ.ເກົາຫຼີຂະຫຍາຍໄປຂ້າງໜ້າຢ່າງປອດໃສແລະໝັ້ນທ່ຽງ.

ທ່ານປັກຈິນກ່າວວ່າ: ໂດຍປະເຊີນໜ້າກັບໄລຍະທີ່ໂລກມີຄວາມປັ່ນປ່ວນຮ້າຍແຮງຂຶ້ນຕື່ມແລະໂລກໄດ້ກ້າວເຂົ້າສູ່ໄລຍະການຫັນປ່ຽນ, ສ.ເກົາຫຼີຍິນດີຖືການສ້າງການພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີເປັນໂອກາດທີ່ດີ, ຢູ່ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດສ.ເກົາຫຼີ-ຈີນ, ເຄົາລົບເຊິ່ງກັນແລະກັນ, ມີຄວາມສະເໝີພາບກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ດຳເນີນການຮ່ວມມືແບບເປີດກວ້າງແລະກວມລວມ ເພື່ອໃຫ້ການພົວພັນລະຫວ່າງສອງປະເທດມີຄວາມສົມບູນແລະມີຄວາມປອດໃສຫຼາຍກວ່າເກົ່າ.