ຜົນການສຳຫຼວດປະຊາມະຕິໃນທົ່ວໂລກສະແດງໃຫ້ເຫັນວ່າ ຜູ້ໃຫ້ສຳພາດພຽງແຕ່ 6,31% ເທົ່ານັ້ນທີ່ເຫັນວ່າອາເມຣິກາຈະສືບຕໍ່ເປັນຜູ້ຄອບງຳໂລກ

2022-08-11 14:41:48 cri



ຄັງປັນຍາ CGTN ຂອງວິທະຍຸໂທລະພາບສູນກາງຈີນໄດ້ຮ່ວມກັບສະຖາ ບັນຄົ້ນຄວ້າການບໍລິຫານປະເທດແລະສະພາບນິເວດທາງຫາງສຽງຂອງມະຫາວິທະຍາໄລປະຊາຊົນຈີນໄດ້ດຳເນີນການສຳຫຼວດປະຊາມະຕິທົ່ວໂລກໃນຫົວຂໍ້ວ່າ”ຈີນໃນຍຸກໃຫມ່” ເຊິ່ງຜົນການສຳຫຼວດສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດ ໃນທົ່ວໂລກພຽງແຕ່ 6,31% ເທົ່ານັ້ນທີ່ເຫັນວ່າ ອາເມຣິກາຈະສືບຕໍ່ເປັນຜູ້ຄອບງຳໂລກຕໍ່ໄປ.

ໃນການສຳຫຼວດປະຊາມະຕິຢູ່ 22 ປະເທດໃນ 5 ທະວີບຂອງໂລກຄັ້ງນີ້, ຜູ້ໃຫ້ສຳພາດສ່ວນຫຼາຍໄດ້ມີຄວາມເຫັນດີໃນລະດັບສູງຕໍ່ທັດສະນະຄຸນຄ່າທີ່ຈີນສົ່ງເສີມກ່ຽວກັບການບໍລິຫານປະເທດແລະການໄປມາຫາສູ່ກັນໃນສາກົນ. ກ່ຽວກັບບັນຫາສິດທິມະນຸດ, ຜູ້ໃຫ້ສຳພາດສ່ວນຫຼາຍແມ່ນເຫັນດີນຳຈີນ ທີ່ປະຕິບັດຕໍ່ບັນຫາສິດທິມະນຸດຕາມຫຼັກການຕິດແທດຕົວຈິງຢ່າງສະເຫມີຕົ້ນສະ ເຫມີປາຍ. ຕໍ່ກັບບາງປະເທດທີ່ພັດທະນາແລ້ວໄດ້ຖືສິດທິມະນຸດເປັນອາວຸດ, ປະຕິບັດສອງມາດຕະຖານພ້ອມທັງຫັນບັນຫາສິດທິມະນຸດເປັນບັນຫາການເມືອງນັ້ນ, ມີຜູ້ໃຫ້ສຳພາດເຖິງ 55,99% ເຫັນວ່າ ການກະທຳແບບນີ້ມີແຕ່ຈະ ສະກັດກັ້ນປະຊາຊົນບັນດາປະເທດໃນການຊົມໃຊ້ເສລີພາບແລະສິດຢູ່ລອດທີ່ ກວ້າງຂວາງກວ່າເກົ່າເທົ່ານັ້ນ.