ການຍົກຍ້າຍຖິ່ນຖານເພື່ອຫຼຸດຜ່ອນຄວາມທຸກຍາກ ເຮັດໃຫ້ປະຊາຊົນ 9 ລ້ານກວ່າຄົນມີຊີວິດການເປັນຢູ່ທີ່ດີຂຶ້ນ

2022-08-11 14:33:59 CRI


 ໃນບັ້ນລຶບລ້າງຄວາມທຸກຍາກຂອງຈີນ, ມີປະຊາກອນຜູ້ທຸກຍາກທັງໝົດ 98,99 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແບບເດັດຖານ, ໃນນັ້ນ, ມີ 9ລ້ານ 6 ແສນກວ່າຄົນແມ່ນຜ່ານຮູບການທີ່ຍົກຍ້າຍໄປສູ່ສະຖານທີ່ທີ່ເໝາະສົມກວ່າ, ນີ້ແມ່ນການຍົກຍ້າຍປະຊາຊົນໃນຂອບເຂດກວ້າງຂວາງທີ່ສຸດ ແລະ ມີຈຳນວນປະຊາກອນຫຼາຍທີ່ສຸດນັບຕັ້ງແຕ່ສະຖາປະນາສປຈີນເປັນຕົ້ນມາ, ເຊິ່ງໄດ້ນຳເອົາການປ່ຽນແປງອັນໃຫຍ່ຫຼວງມາໃຫ້ແກ່ຊີວິດການເປັນຢູ່ຂອງຄົນນັບບໍ່ຖ້ວນ.


ຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ເມື່ອຟ້າຄ່ຳລົງ, 15 ບ້ານຍົກຍ້າຍຂອງເມືອງຟູກົ້ງໃນຮ່ອມພູແມ່ນ້ຳນູ້ຈ່ຽງກໍເລີ່ມມີບັນຍາກາດຟົດຟື້ນຂຶ້ນ.




 


 

ໂດຍຜ່ານແຜນທີ່ຈາກເຕັກນິກສະແກນທາງອາກາດໃນໄລຍະ 10 ປີຜ່ານມາ ຈະເຫັນໄດ້ວ່າ, ເມື່ອ 10 ປີກ່ອນ, ຢູ່ບ້ານໂທ່ຜິງ ມີພຽງແຕ່ເຮືອນຈຳນວນໜ້ອຍໜຶ່ງທີ່ຢູ່ກະແຈກກະຈາຍເທົ່ານັ້ນ, ພາຍຫຼັງ 10 ຜ່ານໄປ, ໄດ້ມີ ເຮືອນປະຊາຊົນ 6 ຊັ້ນທັງໝົດ 8 ຫຼັງຖືກສ້າງຂຶ້ນ, ຢູ່ບ່ອນທີ່ບໍ່ໄກຍັງໄດ້ສ້າງເດີ່ນເຕະບານ, ຢູ່ກາງບ້ານຍັງໄດ້ສ້າງໂຮງອະນຸບານແຫ່ງໜຶ່ງ, ເດັກນ້ອຍ 62 ຄົນພາຍໃນບ້ານໄດ້ເຂົ້າຫ້ອງຮຽນກຽມປະຖົມເປັນຄັ້ງທຳອິດ. ສະຖານີ4G ແລະຂົວຂ້າມແມ່ນ້ຳນູ້ຈ່ຽງທີ່ສ້າງຂຶ້ນໃໝ່, ເຮັດໃຫ້ການສື່ສານ ແລະ ການຄົມມະນາຄົມຂອງບ້ານໂທ່ຜິງມີຄວາມສະດວກວ່ອງໄວແບບບໍ່ເຄີຍມີມາກ່ອນ.

 

ບໍ່ພຽງແຕ່ຢູ່ສອງຝັ່ງແມ່ນ້ຳນູ້ຈ່ຽງເທົ່ານັ້ນ, ໃນໄລຍະ 10 ປີທີ່ຜ່ານມາ, ຈີນໄດ້ດຳເນີນການຍົກຍ້າຍປະຊາຊົນໄປສູ່ສະຖານທີ່ທີ່ເໝາະສົມກວ່າເພື່ອລຶບລ້າງຄວາມທຸກຍາກຢູ່ເຂດພູດອຍຫ່າງໄກສອກຫຼີກ, ເຂດທີ່ມີບັນຫາຫັນເປັນທະເລຊາຍຢ່າງໜັກໜ່ວງ, ພູພຽງທີ່ມີອາກາດໜາວຈັດ ຢູ່ພາກກາງ ແລະ ພາກຕາເວັນຕົກຂອງຈີນ.


 

ຢູ່ໃນຂອບເຂດທົ່ວປະເທດຈີນ, ໄດ້ຍົກຍ້າຍປະຊາຊົນ ແລະ ສ້າງເຂດຈັດສັນປະຊາຊົນແບບລວມສູນປະມານ 35000 ແຫ່ງ, ປະຊາກອນຜູ້ທຸກຍາກປະມານ 9,6 ລ້ານກວ່າຄົນໄດ້ສຳເລັດການຍົກຍ້າຍ, ເທົ່າກັບໄດ້ຍົກຍ້າຍປະເທດທີ່ມີປະຊາກອນຂະໜາດປານກາງ.

 


     ການຍົກຍ້າຍປະຊາຊົນໃນໄລຍະ 10 ປີ, ເໝືອນກັບໄດ້ຂ້າມຜ່ານການເວລາມາເປັນໄລຍະພັນປີ, ປະຊາຊົນທີ່ເຄີຍຢູ່ໃນຄວາມທຸກຍາກມາຫຼາຍເຊັ່ນຄົນແລ້ວນັ້ນ, ໄດ້ອຳລາຈາກຕູບເກົ່າ ແລະ ປະລະການຖາງປ່າເຮັດໄຮ່ແບບດັ້ງເດີມແລ້ວ ກ້າວເຂົ້າສູ່ຊີວິດອັນດີງາມແບບທັນສະໄໝໂດຍກົງ.