ການໄປຢ້ຽມຢາມໄຕ້ຫວັນຂອງນາງແນນຊີ ເປໂລຊີ ແມ່ນການທ້າທາຍເກາະຜິດທາງການເມືອງຢ່າງໜັກໜ່ວງທີ່ຍົກລະດັບການໄປມາຫາສູ່ກັນລະຫວ່າງອາເມຣິກາກັບໄຕ້ຫວັນໃຫ້ສູງຂຶ້ນຕື່ມອີກ

2022-08-11 16:32:19 cri

ວັນທີ 10 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ຖ້ອຍຄຳກ່ຽວກັບໄຕ້ຫວັນຂອງນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໃນກອງປະຊຸມຖະແຫຼງຂ່າວວ່າ: ນາງແນນຊີ ເປໂລຊີ ແມ່ນບຸກຄົນທາງການເມືອງລະດັບ 3 ຂອງອາເມຣິກາ, ໄດ້ໄປຢ້ຽມຢາມໄຕ້ຫວັນດ້ວຍເຮືອບິນທະຫານ, ໃນໄລຍະຢ້ຽມຢາມໄຕ້ຫວັນ, ນາງເປໂລຊີ ແມ່ນເວົ້າອ້າງຕະຫຼອດວ່າໄດ້ຕາງໜ້າອາເມຣິກາ ທັງອ້າງວ່ານີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງໜຶ່ງ. ສ່ວນພັກປະຊາທິປະໄຕກ້າວໜ້າໄຕ້ຫວັນໄດ້ໂຄສະນາເຜີຍແຜ່ວ່າ: ການຢ້ຽມຢາມຂອງນາງເປໂລຊີ ເປັນການບຸກທະລຸທີ່ສຳຄັນຢ່າງຍິ່ງຂອງການພົວພັນລະຫວ່າງໄຕ້ຫວັນກັບອາເມຣິກາ. ເລື່ອງເຫຼົ່ານີ້ລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ການຢ້ຽມຢາມໄຕ້ຫວັນຂອງນາງເປໂລຊີ ແມ່ນການທ້າທາຍເກາະຜິດທາງການເມືອງຢ່າງໜັກໜ່ວງທີ່ຍົກລະດັບການໄປມາຫາສູ່ກັນລະຫວ່າງອາເມຣິກາກັບໄຕ້ຫວັນໃຫ້ສູງຂຶ້ນຕື່ມອີກ.

ທ່ານວ່າງເວີນປິ່ນໄດ້ກ່າວໃນເວລາຕອບຄຳຖາມຂອງນັກຂ່າວວ່າ: ຈີນຄັດຄ້ານສະມາຊິກສະພາອາເມຣິກາຢ້ຽມຢາມໄຕ້ຫວັນມາໂດຍຕະຫຼອດ, ການກະທຳແບບນີ້ໄດ້ລະເມີດຄຳໝັ້ນສັນຍາກ່ຽວກັບການຮັກສາການພົວພັນທີ່ບໍ່ເປັນທາງການກັບໄຕ້ຫວັນ ທີ່ອາເມຣິກາໄດ້ໃຫ້ໄວ້ໃນ “ຖະແຫຼງການສ້າງການພົວພັນທາງການທູດຈີນ-ອາເມຣິກາ”, ໄດ້ລະເມີດຫຼັກການປະເທດຈີນດຽວທີ່ໄດ້ຮັບຄວາມເຫັນດີຢ່າງກວ້າງຂວາງຈາກປະຊາຄົມໂລກແລະກຳນົດໄວ້ຢູ່ໃນມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການ ສປຊ, ໄດ້ລະເມີດກົດລະບຽບຂອງກົດໝາຍສາກົນທີ່ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນທີ່ໄດ້ກຳນົດໄວ້ຢູ່ໃນກົດບັດ ສປຊ.

ທ່ານວ່າງເວີນປິ່ນກ່າວເນັ້ນໜັກຕື່ມວ່າ: ຕໍ່ກັບການທ້າທາຍເກາະຜິດຢ່າງໜັກໜ່ວງຂອງອາເມຣິກາທີ່ລ່ວງລ້ຳອະທິປະໄຕຂອງຈີນແລະແຊກແຊງວຽກງານພາຍໃນຂອງຈີນ, ຂໍພຽງແຕ່ວ່າອາເມຣິກາເຮັດເທື່ອໜຶ່ງ, ຈີນຈະຕໍ່ສູ້ຄືນເທື່ອໜຶ່ງຢ່າງເດັດຂາດ, ຈີນເດັດຂາດຈະບໍ່ອະນຸຍາດໃຫ້ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຖືກຢຽບຢ່ຳແລະທຳລາຍຕາມລຳພັງໃຈ.