ຈີນກ່າວວ່າ: ອາເມຣິກາຄວນຮັບຜິດຊອບຕໍ່ຜົນຮ້າຍຕາມມາທຸກຢ່າງຫຼັງຈາກຢຸດເຊົາການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

2022-08-11 16:29:54 cri


ວັນທີ 10 ສິງຫານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຍ້ອນໄດ້ຮັບຜົນກະທົບທີ່ໜັກໜ່ວງຈາກການຢ້ຽມຢາມໄຕ້ຫວັນຂອງນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ, ຈີນໄດ້ຢຸດເຊົາການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ອາເມຣິກາ, ອາເມຣິກາຕ້ອງເປັນຜູ້ຮັບຜິດຊອບຕໍ່ຜົນຮ້າຍຕາມມາທຸກຢ່າງທີ່ເກີດຈາກເລື່ອງນີ້.

ຕາມຂ່າວແຈ້ງວ່າ: ເມື່ອມໍ່ໆມານີ້, ທ່ານອັນໂຕນີ ບລິນເກັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລະທ່ານຈອນ ເຄຣີ ທູດພິເສດປະທານາທິບໍດີອາເມຣິກາກ່ຽວກັບບັນຫາດິນຟ້າອາກາດ ຕ່າງໄດ້ກ່າວວ່າ: ການທີ່ຈີນຕົກລົງຢຸດເຊົາການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ອາເມຣິກາ ບໍ່ແມ່ນການລົງໂທດອາເມຣິກາ, ແຕ່ແມ່ນການລົງໂທດທົ່ວໂລກ.

ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ມາດຕະການທີ່ກ່ຽວຂ້ອງຂອງຈີນ ເປັນການຕອບໂຕ້ຄືນຢ່າງຖືກຕ້ອງເປັນທຳຕໍ່ການຢ້ຽມຢາມໄຕ້ຫວັນຂອງນາງແນນຊີ ເປໂລຊີ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ອາເມຣິກາຄວນຮັບຜິດຊອບຕໍ່ໜ້າທີ່ແລະມີພັນທະຄັ້ງປະຫວັດສາດໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດຢ່າງແທ້ຈິງ. “ເມື່ອບໍ່ດົນມານີ້, ສານສູງສຸດຂອງອາເມຣິກາໄດ້ຮັບຮອງຜົນການຕັດສິນ ເພື່ອຈຳກັດສິດຂອງອົງການອະນຸລັກສິ່ງແວດລ້ອມອາເມຣິກາໃນການຄວບຄຸມການລະບາຍອາຍພິດເຮືອນແກ້ວ. ອາເມຣິກາຍັງຖືບັນຫາຊິ່ນຈ່ຽງເປັນຂໍ້ອ້າງ ເພື່ອຕ້ານກັບວິສາຫະກິດຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນ ເຊິ່ງໄດ້ທຳລາຍບັນຍາກາດການຮ່ວມມືດ້ານດິນຟ້າອາກາດລະຫວ່າງຈີນ-ອາເມຣິກາ ທັງໄດ້ທຳລາຍຄວາມພະຍາຍາມຂອງຈີນແລະປະເທດອື່ນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ອາເມຣິກາຄວນຕັ້ງໜ້າປະຕິບັດຄວາມຮັບຜິດຊອບຄັ້ງປະຫວັດສາດແລະພັນທະທີ່ຈຳເປັນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບໍ່ຄວນຊອກຫາຂໍ້ອ້າງໄປທົ່ວທີບເພື່ອປິດບັງການກະທຳທີ່ລະເລີຍຂອງຕົນ.”