ລັດຖະມົນຕີກະຊວງການຕ່າງປະເທດຈີນສະເໜີ 3 ລະມັດລະວັງກ່ຽວກັບທ່າຂະຫຍາຍຕົວໃໝ່ຂອງສະພາບການຢູ່ຊ່ອງແຄບໄຕ້ຫວັນ

2022-08-11 16:33:32 cri

ເມື່ອມໍ່ໆມານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕິດຕໍ່ພົວພັນກັບລັດຖະມົນຕີກະຊວງການຕ່າງປະເທດມົງໂກລີ, ສ.ເກົາຫຼີ ແລະເນປານ ໂດຍທ່ານໄດ້ບັນລະຍາຍຈຸດຢືນຂອງຈີນກ່ຽວກັບທ່າຂະຫຍາຍຕົວໃໝ່ຂອງສະພາບການຢູ່ຊ່ອງແຄບໄຕ້ຫວັນ ແລະກ່າວເນັ້ນໜັກວ່າ ຕ້ອງລະມັດລະວັງຄວາມອັນຕະລາຍ 3 ຢ່າງດັ່ງລຸ່ມນີ້ ຄື: ໜຶ່ງແມ່ນ: ລະມັດລະວັງອາເມຣິກາບໍ່ຍອມປະລາໄຊ, ເຕົ້າໂຮມຜູ້ຮ່ວມມືຖອກນ້ຳມັນໃສ່ກອງໄຟອີກ, ເພີ່ມທະວີການຈັດວາງທາງການທະຫານຢູ່ພາກພື້ນ, ຊຸກຍູ້ໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ ເພື່ອສ້າງວິກິດການໃໝ່ທີ່ຮ້າຍແຮງກວ່າເກົ່າ. ສອງແມ່ນ: ລະມັດລະວັງອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດວິນິດໄສສະພາບການຢ່າງຜິດພາດ, ສືບຕໍ່ເລັ່ງລັດການສົມຮູ້ຮ່ວມຄິດກັບພາຍນອກ, ເດີນຕາມເສັ້ນທາງການແບ່ງແຍກປະເທດຊາດຕາມລຳພັງນັບມື້ນັບຖະຫຼຳເລິກ. ສາມແມ່ນ: ລະມັດລະວັງບຸກຄົນທາງການເມືອງຂອງປະເທດຈຳນວນໜຶ່ງບໍ່ເອົາຫົວຊານຳຄວາມເປັນຈິງ, ໂຄສະນາຊວນເຊື່ອຢູ່ເລື້ອຍໆ ຈົນມີເຈຕະນາຢາກສວຍໃຊ້ໂອກາດຮຽນແບບຢ່າງທີ່ບໍ່ດີ ແລະດຳເນີນການສະແດງທາງການເມືອງ ເພື່ອໄດ້ຮັບຜົນປະໂຫຍດສ່ວນຕົວທາງການເມືອງ. ສິ່ງເຫຼົ່ານີ້ຈະທຳລາຍພື້ນຖານທາງການເມືອງໃນການໄປມາຫາສູ່ກັນກັບຈີນຢ່າງໜັກໜ່ວງ ແລະຈະສ້າງຜົນກະທົບຕໍ່ກົດບັດ ສປຊ ແລະລະບົບສາກົນຫຼັງຈາກສົງຄາມໂລກຄັ້ງທີ 2.