ອາເມຣິກາຢ່າສູ່ຫວັງວ່າຈີນຈະນຳເອົາຜົນປະໂຫຍດແກນກາງຂອງຕົນເພື່ອເຮັດການແລກປ່ຽນກັນ

2022-08-12 10:03:54 cri



   ວັນທີ 11 ສິງຫານີ້, ໃນເວລາຕອບໂຕ້ຕໍ່ການສະແດງທ່າທີຂອງລັດຖະມົນຕີ ການຄ້າອາເມຣິກາກ່ຽວກັບນະໂຍບາຍພາສີທີ່ປະຕິບັດຕໍ່ຈີນນັ້ນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ສົງຄາມການຄ້າບໍ່ມີຜູ້ໃດຊະນະ. ທ່ານໄດ້ກ່າວເຕືອນຝ່າຍອາເມຣິກາຢ່າງເຄັ່ງຂຶມວ່າ: ຢ່າສູ່ຫວັງວ່າ ຝ່າຍຈີນຈະນຳເອົາຜົນປະໂຫຍດແກນກາງຂອງຕົນເພື່ອເຮັດການແລກປ່ຽນກັນ.

     ຕາມຂ່າວແຈ້ງວ່າ: ທ່ານນາງ ກີນາ ຣາຍມອນໂດ   ລັດຖະມົນຕີກະຊວງການຄ້າອາເມຣິກາໄດ້ໃຫ້ສຳພາດຕໍ່ຂ່າວສານ Bloomberg ໂດຍກ່າວວ່າ: ທ່ານປະທານາທິບໍດີໂຈ ໄບເດັນ ກຳລັງພິຈາລະນາຢ່າງສຸຂຸມຮອບຄອບກ່ຽວກັບການຫຼຸດພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນຈຳນວນໜຶ່ງ, ສ່ວນນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມ ໄຕ້ຫວັນເມື່ອບໍ່ດົນມານີ້ໄດ້ເຮັດໃຫ້ບັນຫານີ້ສັບສົນຂຶ້ນຕື່ມ, ທ່ານໄບເດັນບໍ່ທັນມີ ການຕັດສິນກ່ຽວກັບບັນຫາດັ່ງກ່າວເທື່ອ.

    ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານວ່າງເວີນປິ່ນກ່າວວ່າ: “ອາເມຣິກາແມ່ນຜູ້ເປັນເຈົ້າການທ້າທາຍເກາະຜິດແລະເປັນຜູ້ກໍ່ວິກິດການຂຶ້ນ, ອາເມຣິກາຄວນມີຄວາມຮັບຮູ້ອັນຈະແຈ້ງຢ່າງແທ້ຈິງກ່ຽວກັບຄວາມຮ້າຍແຮງຂອງເຫດການທີ່ນາງເປໂລຊີຢ້ຽມຢາມໄຕ້ຫວັນ, ຄວນສຳນຶກຄືນຢ່າງເລິກເຊິ່ງກ່ຽວກັບ ຜົນຮ້າຍອັນໜັກໜ່ວງທີ່ເກີດຈາກເຫດການດັ່ງກ່າວ, ແລະດັດແກ້ຄວາມ ຜິດພາດທັນທີ. ອາເມຣິກາຢ່າສູ່ຫວັງວ່າ ຈີນຈະນຳເອົາຜົນປະໂຫຍດແກນກາງ ຂອງຕົນເພື່ອເຮັດການແລກປ່ຽນກັນ, ແຕ່ຄວນກັບຄືນສູ່ຫຼັກການປະເທດຈີນດຽວ ແລະຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາຢ່າງຈິງໃຈ”