ກະຊວງການຕ່າງປະເທດຈີນກ່າວຕອບໂຕ້ຖ້ອຍຄຳກ່ຽວກັບໄຕ້ຫວັນຂອງອັງກິດ

2022-08-12 11:34:31 cri


ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ສິງຫານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ຖ້ອຍຄຳກ່ຽວກັບໄຕ້ຫວັນຂອງອັງກິດໂດຍໄດ້ຊີ້ໃຫ້ເຫັນວ່າ:ຝ່າຍອັງກິດບໍ່ເອົາຫົວຊານຳຄວາມເປັນຈິງ,ປີ້ນຂາວໃຫ້ເປັນດຳ,ເວົ້າແນວນີ້ແນວນັ້ນຕໍ່ການກະທຳອັນຈຳເປັນທີ່ເປັນທຳແລະຖືກຕ້ອງຕາມກົດໝາຍຂອງຝ່າຍຈີນໃນການປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ຝ່າຍຈີນຮູ້ສຶກບໍ່ພໍໃຈທີ່ສຸດຕໍ່ກັບເລື່ອງນີ້ແລະຄັດຄ້ານຢ່າງເດັດດ່ຽວ,ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍອັງກິດແລ້ວ.



ອີງຕາມການລາຍງານຂ່າວ:ວັນທີ 10 ສິງຫານີ້,ທ່ານນາງລິສ ຕຣັສ ລັດຖະມົນຕີກະຊວງການຕ່າງປະເທດອັງກິດໄດ້ກ່າວວ່າ:ອັງກິດແລະຄູ່ຮ່ວມໄດ້ຜ່ານຖະແຫຼງການຂອງລັດຖະມົນຕີການຕ່າງປະເທດກຸ່ມG7 ແລະຮູບການອື່ນໆເພື່ອກ່າວປະນາມຢ່າງຮຸນແຮງທີ່ສຸດຕໍ່ຝ່າຍຈີນທີິ່ຍົກລະດັບການເຄື່ອນໄຫວຢູ່ຊ່ອງແຄບໄຕ້ຫວັນ.ຄຳເວົ້າແລະການກະທຳຂອງຝ່າຍຈີນເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ,ອັງກິດທວງໃຫ້ຝ່າຍຈີນແກ້ໄຂຄວາມເຫັນທີ່ຕ່າງກັນໂດຍສັນຕິ,ຫຼີກລ່ຽງການນຳໃຊ້ການຂົ່ມຂູ່ ການນຳໃຊ້ກຳລັງອາວຸດເພື່ອນາບຂູ່ແລະຮູບການອື່ນໆ.



ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານວ່າງເວີນປິ່ນໄດ້ຊີ້ໃຫ້ເຫັນວ່າ,"ອັງກິດບໍ່ພຽງແຕ່ເສີຍເມີຍຕໍ່ການກະທຳທີ່ທ້າທາຍເກາະຜິດແລະລ່ວງລ້ຳອະທິປະໄຕຂອງຝ່າຍອາເມຣິກາເທົ່ານັ້ນ,ແຕ່ຍັງຊ້ຳພັດຕຳນິຢ່າງໄຮ້ເຫດຜົນຕໍ່ການກະທຳຕອບໂຕ້ຄືນເພື່ອປົກປັກຮັກສາຄວາມເປັນທຳຂອງຝ່າຍຈີນ,ນີ້ແມ່ນສອງມາດຕະຖານທີ່ເປັນຕົວແບບເຊິ່ງໄດ້ເຜີຍແບໃຫ້ເຫັນໃບໜ້າທີ່່ຈອມປອມຂອງລັດທິຈັກກະພັດນິຍົມແບບເກົ່າຂອງອັງກິດ."