ການປົກປ້ອງຊັບສິນທາງປັນຍາ ແລະ ວຽກງານຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

2022-08-12 10:43:36 cri

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ສະບາຍດີທ່ານຜູ້ຟັງທີ່ຮັກແພງ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ “ເປີດປະຕູສູ່ເມືອງຈີນ.” ໃນລາຍການມືີ້ນີ້, ດວງພະຈັນຈະແນະນຳວຽກງານປົກປ້ອງຊັບສິນທາງປັນຍາ ແລະ ສະພາບການທີ່ລັດຖະບານຈີນປະຕິບັດມາດຕະການຕ່າງໆເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃນ 6 ເດືອນຕົ້ນປີນີ້. ເລີ່ມຕົ້ນລາຍການ, ພວກເຮົາມາຟັງເພງມ່ວນໆນຳກັນເພງໜຶ່ງກ່ອນ, ແລ້ວຄ່ອຍກ້າວເຂົ້າສູ່ເລື່ອງລາວຂອງລາຍການໃນມື້ນີ້.

ດັດຊະນີສະແດງໃຫ້ເຫັນເຖິງ “ໃບບັນຖືກຜົນງານ” ດ້ານການປົກປ້ອງຊັບສິນທາງປັນຍາຂອງຈີນໃນ 6 ເດືອນຕົ້ນປີນີ້

ໄດ້ມອບສິດທິບັດການປະດິດສ້າງໃໝ່ 3,93 ແສນສະບັບ

ວັນທີ 12 ກໍລະກົດປີນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານ ຫູເວີນຮຸ່ຍ ຮອງຫົວໜ້າອົງການຊັບສິນທາງປັນຍາແຫ່ງຊາດຈີນໄດ້ແນະນຳສະຖິຕິວຽກງານປົກປ້ອງຊັບສິນທາງປັນຍາຂອງປະເທດຈີນໃນ 6 ເດືອນຕົ້ນປີ ປີນີ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຈີນໄດ້ມອບສິດທິບັດການປະດິດສ້າງໃໝ່ທັງໝົດ 3,93 ແສນສະບັບ(ສາມແສນເກົ້າໝື່ນສາມພັນສະບັບ), ຮັບການຮ້ອງຂໍສິດທິບັດສາກົນ PCT 3,3 ໝື່ນສະບັບ(ສາມໝື່ນສາມພັນສະບັບ). ນັບມາຮອດທ້າຍເດືອນມິຖຸນາປີນີ້, ປະເທດຈີນມີສິດທິບັດການປະດິດສ້າງໃໝ່ທີ່ມີຜົນບັງຄັບໃຊ້້ລວມທັງໝົດ 3,906 ລ້ານສະບັບ(ສາມລ້ານເກົ້າແສນຫົກພັນສະບັບ), ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 17,5%. ນອກນີ້, ປະເທດຈີນມີຈຳນວນເຄື່ອງໝາຍສິນຄ້າທີ່ລົງທະບຽນແລ້ວ 3,674 ລ້ານສະບັບ(ສາມລ້ານຫົກແສນເຈັດໝື່ນສີ່ພັນສະບັບ), ໄດ້ມອບໃບຢັ້ງຢືນການອອກແບບແຜງວົງຈອນລວມ 5233 ສະບັບ. ດັດຊະນີສຳຄັນຕ່າງໆໄດ້ສະແດງໃຫ້ເຫັນວ່າ: ພື້ນຖານການພັດທະນາຊັບສິນທາງປັນຍາໂດຍລວມຂອງປະເທດຈີນມີສະພາບການທີ່ດີ ໂດຍມີຄວາມກ້າວໜ້າບົນພື້ນຖານຄວາມໝັ້ນທ່ຽງ ແລະຄຸນນະພາບກໍດີຂຶ້ນເລື້ອຍໆ.

ດັດສະນີສຳຄັນດ້ານການປະດິດສ້າງທີ່ມີຄຸນນະພາບສູງຂອງຊັບສິນທາງປັນຍາມີຄວາມກ້າວໜ້າບົນພື້ນຖານຄວາມໝັ້ນທ່ຽງ, ກ່ອນຈະໄດ້ຮັບໝາກຜົນດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍດາຍ.

ທ່ານ ຫູເວີນຮຸ່ຍ ຮອງຫົວໜ້າອົງການຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ: ໂດຍຜະເຊີນໜ້າກັບສະພາບແວດລ້ອມພາຍນອກທີ່ສັບສົນ ແລະ ສະຖານະການການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຂ້ຽວຂາດ, ໃນ 6 ເດືອນຕົ້ນປີນີ້, ການຮ້ອງຂໍກຳມະສິດດ້ານຊັບສິນທາງປັນຍາຕ່າງໆ ເຊັ່ນ: ສິດທິບັດ, ເຄື່ອງໝາຍສິນຄ້າ, ການອອກແບບແຜງວົງຈອນລວມ ແລະອື່ນໆ ມີທ່າອ່ຽງຫຼຸດລົງກ່ອນ ແລ້ວເພີ່ມຂຶ້ນອີກ. ຕົວຢ່າງວ່າ: ໃນ 6 ເດືອນຕົ້ນປີນີ້, ການຮ້ອງຂໍສິດທິບັດຂອງນະຄອນຊຽງໄຮ້ໄດ້ມີທ່າອ່ຽງຫຼຸດລົງກ່ອນ ແລ້ວໄດ້ເພີ່ມຂຶ້ນ. ໃນເດືອນມິຖຸນາປີນີ້, ຄວາມສາມາດດ້ານການປະດິດສ້າງໃໝ່ໄດ້ຮັບການຟື້ນຟູຄືນໃໝ່.

ປັດຈຸບັນ, ປະເທດຈີນພວມອອກແຮງຊຸກຍູ້ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ການກໍ່ສ້າງອົງການປົກຄອງແບບດີຈີຕອນ, ການຫັນເປັນດີຈີຕອນໄດ້ເລັ່ງລັດພັດທະນາ ເຊິ່ງໄດ້ສະເໜີຄວາມຮຽກຮ້ອງຕ້ອງການໃໝ່ດ້ານການປົກປ້ອງຊັບສິນທາງປັນຍາໃນຂົງເຂດດີຈີຕອນ.

ທ່ານ ເກີຊູ້ ຫົວໜ້າກົມວາງແຜນຍຸດທະສາດອົງການຊັບສິນທາງປັນຍາແຫ່ງຊາດຈີນແນະນຳວ່າ: ນັບມາຮອດທ້າຍປີ 2021, ສິດທິບັດທີ່ມີຜົນບັງຄັບໃຊ້ໃນອຸດສາຫະກຳຫຼັກດ້ານເສດຖະກິດດີຈີຕອນຂອງປະເທດຈີນໄດ້ບັນລຸເຖິງ 9,77 ແສນສະບັບ(ເກົ້າແສນເຈັດໝື່ນເຈັດພັນສະບັບ), ເປັນ 2,8 ເທົ່າ(ສອງຈຸດແປດເທົ່າ)ຂອງປີ 2016, ໄດ້ກວມ 35,2% ຂອງສິດທິບັດການປະດິດສ້າງໃໝ່ທີ່ມີຜົນບັງຄັບໃຊ້ຂອງປະເທດຈີນ.

ການສະສົມສິດທິບັດໃນຂົງເຂດເຕັກນິກທີ່ພັດທະນາໃໝ່ໄດ້ເພີ່ມທະວີຂຶ້ນ ເຊິ່ງບໍ່ພຽງແຕ່ໄດ້ກາຍເປັນເສົາຄ້ຳຊູການຫັນເສດຖະກິດ-ສັງຄົມໃຫ້ເປັນແບບດີຈີຕອນເທົ່ານັ້ນ ແຕ່ຍັງໄດ້ຊ່ວຍເສີມສ້າງສຸຂະພາບ ແລະຄວາມສຸກໃຫ້ແກ່ປະຊາຊົນອີກດ້ວຍ.

ເຄື່ອງໝາຍສິນຄ້າທີ່ໄດ້ລົງທະບຽນ ແລະ ມີຜົນບັງຄັບໃຊ້ມີຫຼາຍກວ່າ 40 ລ້ານສະບັບແລ້ວ

ທ່ານ ຫູເວີນຮຸ່ຍ ຮອງຫົວໜ້າອົງການຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ: “ມາຮອດທ້າຍເດືອນມິຖຸນາ ປີນີ້” ເຄື່ອງໝາຍສິນຄ້າທີ່ໄດ້ລົງທະບຽນ ແລະມີຜົນບັງຄັບໃຊ້ຂອງປະເທດຈີນມີຫຼາຍກວ່າ 40 ລ້ານສະບັບ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 20,9%. ວຽກງານເຄື່ອງໝາຍສິນຄ້າໄດ້ປົກປັກຮັກສາລະບຽບການຕະຫຼາດທີ່ແຂ່ງຂັນກັນດ້ວຍຄວາມາຍຸຕິທຳຢ່າງມີປະສິດທິຜົນ, ແລະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຊຸກຍູ້ເສດຖະກິດສັງຄົມໃຫ້ມີການພັດທະນາຢ່າງກົມກຽມ ແລະ ພັດທະນາແບບຍືນຍົງ.

ໃນຊຸມປີຜ່ານມາ, ຈຳນວນການຮ້ອງຂໍນຳໃຊ້ ແລະ ລົງທະບຽນເຄື່ອງໝາຍສິນຄ້າໃນປະເທດຈີນໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ລຽນຕິດ, ຄວາມສາມາດການກວດສອບເຄື່ອງໝາຍສິນຄ້າກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທ່ານຫູເວີນຮຸ່ຍ ແນະນຳວ່າ: ປີ 2021, ປະເທດຈີນມີຈຳນວນການຮ້ອງຂໍຈົດທະບຽນເຄື່ອງໝາຍສິນຄ້າຫຼາຍກວ່າ 10 ລ້ານສະບັບຕໍ່ປີເປັນຄັ້ງທຳອິດ. ໄລຍະເວລາການກວດກາ ແລະ ອະນຸມັດໃຫ້ນຳໃຊ້ເຄື່ອງໝາຍສິນຄ້າ ຕາມປົກກະຕິແມ່ນປະມານ 7 ເດືອນ, ເຮັດໃຫ້ອົງກອນເສດຖະກິດຕົ້ນຕໍໃນຕະຫຼາດຮູ້ສຶກສະດວກສະບາຍກວ່າເກົ່າ.

ໃນໄລຍະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ການເຄື່ອນໄຫວທຸລະກິດຂອງຂະແໜງການອາຫານ, ວັດທະນະທຳ ແລະ ທ່ອງທ່ຽວແລະອື່ນໆ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດຍ່ອມ ແລະ ເສດຖະກິດແບບຄອບຄົວໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ. ທ່ານເຫຼຊ່ຽວຢຸນ ຫົວໜ້າກົມສົ່ງເສີມການນຳໃຊ້ຊັບສິນທາງປັນຍາ ອົງການຊັບສິນທາງປັນຍາແຫ່ງຊາດຈີນແນະນຳວ່າ: ເພື່ອຊ່ວຍເຫຼືອອຸດສາຫະກຳສຳຄັນຟື້ນຟູການຜະລິດ, ອົງການຊັບສິນທາງປັນຍາແຫ່ງຊາດຈີນ ໄດ້ລົງເລິກປະຕິບັດການເຄື່ອນໄຫວສະເພາະກິດ ເຊັ່ນ: ການລະດົມທຶນໂດຍມັດຈຳເຄື່ອງໝາຍສິນຄ້າ, ຊ່ວຍໃຫ້ອົງກອນເສດຖະກິດທີ່ກ່ຽວຂ້ອງໃນຕະຫຼາດສາມາດເຂົ້າເຖິງຊັບສິນທາງປັນຍາ ແລະ ໄດ້ຮັບທຶນທີ່ຈໍາເປັນ.

ທ່ານຫູເວີນຮຸ່ຍ ກ່າວວ່າ: ໃນ 6 ເດືອນຕົ້ນ ປີນີ້, ການລະດົມທຶນໂດຍມັດຈຳສິດທິບັດ ແລະ ເຄື່ອງໝາຍສິນຄ້າໄດ້ເພີ່ມຂຶ້ນ 51,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດ 9.760 ແຫ່ງ. ໃນນັ້ນ, ເງິນກູ້ບຸລິມະສິດທົ່ວໄປທີ່ໜ້ອຍກວ່າ 10 ລ້ານຢວນໄດ້ສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ 6.951 ແຫ່ງ, ກວມ 71,2% ຂອງຍອດຈຳນວນວິສາຫະກິດທີ່ໄດ້ຮັບຜົນປະໂຫຍດດັ່ງກ່າວ. ການລະດົມທຶນໂດຍມັດຈຳສິດທິບັດແລະເຄື່ອງໝາຍສິນຄ້າ ມີລັກສະນະທີ່ບໍລິການວິສາຫະກິດຂະໜາດນ້ອຍແລະຂະໜາດຍ່ອມຢ່າງພົ້ນເດັ່ນ ເຊິ່ງເປັນເພີ່ມທະວີໃນການໃຫ້ບຸລິມະສຸດໂດຍທົ່ວໄປ.

ຄຽງຄູ່ກັບກົດໝາຍ ວ່າດ້ວຍເຄື່ອງໝາຍສິນຄ້າມີຜົນບັງຄັບໃຊ້ ແລະ ໄດ້ຮັບການປັບປຸຸງໃຫ້ສົມບູນຂຶ້ນເລື້ອຍໆ, ນັກທຸລະກິດຕ່າງປະເທດທີ່ລົງທຶນຢູ່ປະເທດຈີນໄດ້ມີຄວາມໝັ້ນໃຈເພີ່ມຂຶ້ນຕື່ມອີກ. ທ່ານຫູເວີນຮຸ່ຍ ກ່າວວ່າ: ໃນໄລຍະຕົ້ນຂອງການປະຕິບັດກົດໝາຍວ່າດ້ວຍເຄື່ອງໝາຍສິນຄ້າ, ນັກທຸລະກິດຕ່າງປະເທດທີ່ສະເໜີຂໍເຄື່ອງໝາຍສິນຄ້າຢູ່ຈີນບໍ່ຮອດ 2.000 ສະບັບ. ນັບມາຮອດທ້າຍເດືອນມິຖຸນາປີນີ້, ອົງກອນເສດຖະກິດໃນຕະຫຼາດທີ່ມາຈາກ 200 ກວ່າປະເທດ ແລະ ເຂດແຄວ້ນໄດ້ລົງທະບຽນເຄື່ອງໝາຍສິນຄ້າທີ່ມີຜົນບັງຄັບໃຊ້ຢູ່ປະເທດຈີນ. ໃນນັ້ນ, ຈຳນວນເຄື່ອງໝາຍສິນຄ້າທີ່ລົງທະບຽນຢູ່ປະເທດຈີນ ແລະ ມີຜົນບັງຄັບໃຊ້ຂອງອົງການເສດຖະກິດໃນຕະຫຼາດທີ່ມາຈາກອາເມຣິກາ, ຍີ່ປຸ່ນ,ເຢຍລະມັນ,ອັງກິດ ແລະ ສ. ເກົາຫຼຼີ ຕ່າງເປັນທີ 1 ຫາທີ 5 ຕາມລຳດັບ.

ອະນຸມັດຜະລິດຕະພັນທີ່ມີເຄື່ອງໝາຍທາງພູມີພາກລວມທັງໝົດ 2.493 ຊະນິດ

ເຄື່ອງໝາຍທາງພູມີພາກ ແມ່ນສື່ກາງທີ່ຊຸກຍູ້ການພັດທະນາເສດຖະກິດທີ່ມີເອກະລັກພິເສດຂອງພູມີພາກທີ່ມີປະສິດທິຜົນ, ທັງເປັນສິ່ງຄ້ຳຊູໃນການຊຸກຍູ້ການພັດທະນາຊົນນະບົດ.

ທ່ານຫູເວີນຮຸ່ຍ ແນະນຳວ່າ: ມາຮອດທ້າຍເດືອນມິຖຸນາປີ 2022, ປະເທດຈີນໄດ້ອະນຸມັດ ຜະລິດຕະພັນທີ່ມີເຄື່ອງໝາຍທາງພູມີພາກ ລວມທັງໝົດ 2.493 ຊະນິດ. ກວດກາ ແລະ ອະນຸມັດເຄື່ອງໝາຍທາງພູມີພາກໃຫ້ກາຍເປັນເຄື່ອງໝາຍສິນຄ້າລວມໝູ່ ແລະລົງທະບຽນເຄື່ອງໝາຍສິນຄ້າໃນລະສະນະຢັ້ງຢືນ 6.927 ສະບັບ. ກວດກາ ແລະ ອະນຸມັດອົງການເສດຖະກິດຕົ້ນຕໍໃນຕະຫຼາດ 19.350 ແຫ່ງສາມາດນຳໃຊ້ເຄື່ອງໝາຍທາງພູມີພາກ. ທັງນີ້ໄດ້ເຮັດໃຫ້ຂະໜາດຂອງອຸດສາຫະກໍາເຄື່ອງໝາຍທາງພູມີພາກໄດ້ຂະຫຍາຍຕົວກວ້າງອອກຕື່ມອີກ.

ການປະຕິຮູບການກວາດກາ ແລະ ອະນຸມັດນຳໃຊ້ເຄື່ອງໝາຍພິເສດທາງພູມີພາກ, ແມ່ນມາດຕະການສຳຄັນໃນການປະຕິຮູບ “ການບໍລິຫານ ຢ່າງກະທັດຮັດ-ການມອບສິດ, ການປະສານກັນລະຫວ່າງການມອບສິດກັບການຄຸ້ມຄອງ, ປັບປຸງການບໍລິການໃຫ້ດີຂຶ້ນ” ໃນຂົງເຂດຊັບສິນທາງປັນຍາ, ຕົ້ນຕໍແມ່ນມອບສິດກວດກາ ແລະອະນຸມັດການນຳໃຊ້ເຄື່ອງໝາຍພິເສດລົງຮອດແຂວງ, ໃຫ້ພາກສ່ວນຄຸ້ມຄອງຊັບສິນທາງປັນຍາລະດັບແຂວງ ເປັນຜູ້ກວດກາ ແລະປະກາດການອະນຸມັດການນຳໃຊ້ເຄື່ອງໝາຍພິເສດ, ເຮັດໃຫ້ນັກທຸລະກິດ ແລະ ວິສາຫະກິດສາມາດນຳໃຊ້ເຄື່ອງໝາຍພິເສດຢ່າງສະດວກກວ່າເກົ່າ, ການບໍລິຫານຂອງທ້ອງຖິ່ນກໍດຳເນີນໂດຍກົງ ແລະວ່ອງໄວກວ່າເກົ່າ.

ປັດຈຸບັນ, ການປະຕິຮູບການກວດກາ ແລະ ອະນຸມັດການນຳໃຊ້ເຄື່ອງໝາຍພິເສດທາງພູມີພາກໄດ້ດຳເນີນຢູ່ຕາມຈຸດທົດລອງມາສອງງວດແລ້ວ. ໃນນັ້ນ, ຈຸດທົດລອງການປະຕິຮູບງວດທີສອງຫາກໍເລີ່ມປະຕິບັດໃນເມື່ອບໍ່ດົນມານີ້. ທ່ານຈ່າງຈື້ເສີງ ຫົວໜ້າກົມປົກປັກຮັກສາຊັບສິນທາງປັນຍາອົງການຊັບສິນທາງປັນຍາແຫ່ງຊາດຈີນກ່າວວ່າ: ຈຸດທົດລອງການປະຕິຮູບງວດທີສອງໄດ້ເພີ່ມຂຶ້ນຈາກ 12 ແຂວງໃນງວດທຳອິດເປັນ 20 ແຂວງ, ຈຳນວນຜະລິດຕະພັນທີ່ກ່ຽວພັນເຖິງເຄື່ອງໝາຍທາງພູມີພາກທີ່ຕ້ອງໄດ້ຮັບການຮັກສາໄດ້ເພີ່ມຂຶ້ນຈາກ 1.218 ຊະນິດເປັນ 1.951 ຊະນິດ, ອັດຕາກວມຈຳນວນທັງໝົດໄດ້ເພີ່ມຂຶ້ນຈາກ 51,8% ເປັນ 82,9%. ທ່ານຈ່າງຈື້ເສີງ ກ່າວວ່າ: “ຈຸດທົດລອງການປະຕິຮູບງວດທີສອງ ໄດ້ປັບປຸງລະບຽບການກວດກາ ແລະ ອະນຸມັດໃຫ້ດີຂຶ້ນຕື່ມອີກ, ເຮັດໃຫ້ການກວດກາ ແລະ ການອະນຸມັດກະທັດຮັດງ່າຍຂຶ້ນ, ເອກະສານປະກອບການຮ້ອງຂໍກໍໜ້ອຍກວ່າເກົ່າ, ແລະ ໄລຍະເວລາກວດກາ ແລະ ອະນຸມັດກໍສັ້ນເຂົ້າ, ນີ້ສາມາດຕອບສະໜອງຄວາມຕ້ອງການນຳໃຊ້ເຄື່ອງໝາຍພິເສດທາງພູມີພາກຂອງວິສາຫະກິດຢ່າງມີປະສິດທິພາບສູງກວ່າເກົ່າ, ເຮັດໃຫ້ຜົນງານຂອງຈຸດທົດລອງການປະຕິຮູບສາມາດສ້າງຜົນປະໂຫຍດໃຫ້ແກ່ອົງກອນເສດຖະກິດຕົ້ນຕໍໃນຕະຫຼາດໄດ້ຫຼາຍກວ່າເກົ່າ.”

ທ່ານຜູ້ຟັງທີ່ຮັກແພງ, ທີ່ທ່ານກຳລັງຮັບຟັງຢູ່ນີ້ແມ່ນລາຍການ “ເປີດປະຕູສູ່ເມືອງຈີນ” ຂອງ CRI-FM93Mhz, ທີ່ຜ່ານມາດວງພະຈັນໄດ້ແນະນຳສະພາບການປົກປ້ອງຊັບສິນທາງປັນຍາໃນ 6 ເດືອນຕົ້ນປີນີ້, ຕໍ່ໄປດວງພະຈັນຈະແນະນຳມາດຕະການຕ່າງໆທີ່ລັດຖະບານຈີນປະຕິບັດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

ສຸມໃສ່ການຈັດຊື້ຢາປົວພະຍາດລວມສູນຄັ້ງທີ 7 ຂອງລັດຖະບານຈີນ

ວັນທີ 12 ກໍລະກົດນີ້, ການຈັດຕັ້ງການຈັດຊື້ຢາປົວພະຍາດລວມສູນຄັ້ງທີ 7 ຂອງລັດຖະບານຈີນໄດ້ສິ້ນສຸດລົງຢູ່ນະຄອນນານກິ່ງ ແຂວງຈ່ຽງຊູ່ຂອງປະເທດຈີນ, ແລະໄດ້ອອກບັນຊີລາຍຊື່ຢາປົວພະຍາດທີ່ກຽມຈັດຊື້: ໃນການຈັດຊື້ລວມສູນຄັ້ງນີ້ຈະຈັດຊື້ຢາປົວພະຍາດ 60 ຊະນິດ, ຢາປົວພະຍາດ 327 ຊະນິດທີ່ໄດ້ເງື່ອນໄຂໃນການຈັດຊື້ຄັ້ງນີ້ ສະເລ່ຍແລ້ວໄດ້ຫຼຸດລາຄາລົງເຖິງ 48%. ໂດຍຄິດໄລ່ຕາມຈຳນວນການຈັດຊື້, ຄາດວ່າ ສາມາດປະຢັດເງິນໄດ້ເຖິງ 18,5 ຕື້ຢວນຕໍ່ປີ. ນີ້ແມ່ນລັດຖະບານຈີນ ໄດ້ມີການຈັດຕັ້ງການຈັດຊື້ຢາປົວພະຍາດລວມສູນເປັນຄັ້ງທຳອິດໃນປີນີ້, ການຈັດຊື້ຢາປົວພະຍາດຄັ້ງນີ້ໄດ້ກ່ຽວພັນເຖິງຊະນິດຢາປົວພະຍາດເປັນຈຳນວນຫຼວງຫຼາຍ.

ການຈັດຊື້ຢາປົວພະຍາດຄັ້ງນີ້ໄດ້ກ່ຽວພັນເຖິງການປົວພະບາດ 31 ປະເພດ ເຊິ່ງໄດ້ຂະຫຍາຍກວ້າງຕື່ມອີກ

ການຈັດຊື້ຢາປົວພະຍາດຂອງລັດຖະບານຈີນເທື່ອນີ້ໄດ້ກ່ຽວພັນເຖິງການປົວພະຍາດ 31 ຊະນິດ, ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ. ທ່ານລູ້ຢຸນ ສາສະດາຈານຂອງສະຖາບັນການແພດ ແລະ ການຄ້າສາກົນຂອງມະຫາວິທະຍາໄລການຢາຈີນກ່າວວ່າ: “ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື: ການຈັດຊື້ຢາປົວພະຍາດລວມສູນຄັ້ງນີ້ໄດ້ຄັດເລືອກຢາໃໝ່ຫຼາຍກວ່າເກົ່າ, ເຮັດໃຫ້ການປົວພະຍາດສາມາດເຂົ້າເຖິງຢາໃໝ່ຫຼາຍຊະນິດ.” ທ່ານກ່າວຕື່ມວ່າ: ຕົວຢ່າງວ່າ ຢາປົວພະຍາດມະເຮັງຕັບມີບໍ່ເທົ່າໃດຊະນິດ,ໃນນັ້ນສ່ວນຫຼາຍແມ່ນຢາຊະນິດໃໝ່ ແລະລາຄາອ່າວສູງ, ແຕ່ວ່າ ເລນວາຕິນິບ (Lenvatinib)ທີ່ເປັນຢາປົວພະຍາດມະເຮັງຕັບທີ່ສິດທິບັດຫາກໍໝົດອາຍຸແລະຖືກຈັດເຂົ້າໃນການຈັດຊື້ລວມສູນໃນຄັ້ງນີ້ ຈະເຮັດໃຫ້ຄົນເຈັບທົ່ວໄປໄດ້ປະໂຫຍດຫຼາຍຂຶ້ນ.

ໃນການຈັດຊື້ຢາປົວພະຍາດລວມສູນຂອງລັດຖະບານຈີນຄັ້ງຜ່ານມາ, ຢາຕ້ານເຊື້ອລະດັບຕ່າງໆລ້ວນແຕ່ໄດ້ຫຼຸດຈຳນວນການຈັດຊື້ລົງ10% ເມື່ອທຽບໃສ່ຢາຕ້ານເຊື້ອທຳມະດາ.

“ໃນການຈັດຊື້ຢາປົວພະຍາດລວມສູນຄັ້ງທີ 7 ຂອງລັດຖະບານຈີນ, ການນັດຈັດຊື້ຢາຕ້ານເຊື້ອມີ 4 ຊະນິດໄດ້ຫຼຸດລົງອີກ 10% ບົນພື້ນຖານຈຳນວນການຈັດຊື້ຢາຕ້ານເຊື້ອຊະນິດອື່ນໆ. ໝາຍຄວາມວ່າ ຈຳນວນການຈັດຊື້ຢາຕ້ານເຊື້ອ 4 ຊະນິດດັ່ງກ່າວ ໜ້ອຍກວ່າຢາຕ້ານເຊື້ອທຳມະດາ 20%.” ທ່ານລູ້ຢຸນ ກ່າວວ່າ: ຈຳນວນການຈັດຊື້ຢາຕ້ານເຊື້ອຊັ້ນພິເສດໄດ້ຫຼຸດລົງຕື່ມອີກ, ນີ້ຈະເສີມຂະຫຍາຍບົດບາດຊີ້ນຳ ແລະ ເປັນລະບຽບແບບແຜນຕໍ່ອົງການປິ່ນປົວຂັ້ນຮາກຖານທີ່ນຳໃຊ້ຢາປົວພະຍາດຢ່າງສົມເຫດສົມຜົນ.

ທ່ານສາງເຟີງ ຫົວໜ້າສະຖາບັນການແພດແລະການຄ້າສາກົນຂອງມະຫາວິທະຍາໄລການຢາຈີນກ່າວວ່າ: ເບິ່ງຈາກການປັບປຸງຮູບແບບກຳນົດຈຳນວນຈັດຊື້ ແລະ ປັບຫຼຸດອັດຕາການຈັດຊື້ຢາປົວພະຍາດລວມສູນຄັ້ງທີ 7 ເທື່ອນີ້, ຮູບແບບການຈັດຊື້ໄດ້ຮັບການປັບປຸງແລະເປັນລະບຽບແບບແຜນ ທັງມີກຳນົດຢ່າງລະອຽດກວ່າເກົ່າໃນການປະຕິບັດຕົວຈິງ ເຊິ່ງ ຈະເຮັດໃຫ້ຜົນການຈັດຕັ້ງປະຕິບັດຕົວຈິງມີລັກສະນະສອດຄ່ອງ ແລະແທດເໝາະກັບສະພາບຕົວຈິງຂອງຕະຫຼາດຫຼາຍກວ່າເກົ່າ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມຮັບປະກັນການປິ່ນປົວພະຍາດແຫ່ງຊາດຈີນ ແນະນຳວ່າ: ຜະລິດຕະພັນຂອງວິສາຫະກິດ 217 ແຫ່ງໄດ້ຮັບຖານະເປັນຜູ້ສະໜອງໃນເບື້ອງຕົ້ນ, ວິສາຫະກິດທີ່ເຂົ້າຮ່ວມການປະມູນມີ 73% ໄດ້ຕາມເງື່ອນໄຂ, ສະເລ່ຍແລ້ວຢາປົວພະຍາດຊະນິດໜຶ່ງມີວິສາຫະກິດ 5.4 ແຫ່ງໄດ້ຮັບຖານະເປັນຜູ້ສະໜອງໃນການຈັດຊື້ເທື່ອນີ້, ການຫັນເປັນຫຼາຍເຄົ້າ ແລະ ຄວາມໝັ້ນທ່ຽງຂອງການສະໜອງໄດ້ຮັບການປັບປຸງຕື່ມອີກ.

ມາຮອດປັດຈຸບັນ, ການຈັດຊື້ຢາປົວພະຍາດລວມສູນຂອງລັດຖະບານຈີນໄດ້ກວມເອົາຢາປົວພະຍາດເຖິງ 294 ຊະນິດ, ຖ້າວ່າຄິດໄລ່ຕາມລາຄາຕະຫຼາດໃນປັດຈຸບັນ, ທຶນການຈັດຊື້ຈະກວມ 35% ໃນຈຳນວນການຈັດຊື້ຢາເຄມີ ແລະ ຢາຊີວະພາບຂອງໂຮງໝໍຂອງລັດ.

 “ແຂວງໜຶ່ງມີວິສາຫະກິດສະໜອງຢາສອງແຫ່ງ” ເພື່ອຮັບປະກັນມີຢານຳໃຊ້ໃນການປິ່ນປົວພະຍາດຢ່າງມີປະສິດທິຜົນ

ເພື່ອຮັບປະກັນໃຫ້ການຈັດຊື້ຢາປົວພະຍາດລວມສູນມີຢາສະໜອງຢ່າງໝັ້ນທ່ຽງ, ການຈັດຊື້ລວມສູນຂອງລັດຖະບານຈີນຄັ້ງນີ້ໄດ້ປະຕິບັດຕາມຮູບແບບທີ່ “ແຂວງໜຶ່ງມີວິສາຫະກິດສະໜອງຢາສອງແຫ່ງ ເພື່ອໃຫ້ມີຄວາມຮັບປະກັນຊ້ຳສອງ” ເປັນຄັ້ງທຳອິດ.

ທ່ານສາງເຟີງ ອະທິບາຍວ່າ: ອີງຕາມຜົນການຄັດເລືອກຜະລິດຕະພັນຢາປົວພະຍາດໃນການຈັດຊື້ລວມສູນ, ເມື່ອວິສາຫະກິດທີ່ໄດ້ຕາມເງື່ອນໄຂໃຫ້ສະໜອງຢາ ຫາກເກີດສະພາບການຕ່າງໆ ເຊັ່ນ ບໍ່ສາມາດສະໜອງຢາປົວພະຍາດຢ່າງທັນເວລາ ແລະພຽງພໍ ຫຼື ວ່າເສຍຖານະການສະໜອງຢາແລະອື່ນໆ, ສົ່ງຜົນເຮັດໃຫ້ສັນຍາການສະໜອງບໍ່ສາມາດປະຕິບັດຕໍ່ໄປອີກ, ວິສາຫະກິດສຳຮອງຂອງແຂວງກໍຈະຮັບພາລະໃນການສະໜອງຢາປົວພະຍາດທີ່ກ່ຽວຂ້ອງຕໍ່ໄປ. ມາດຕະການດັ່ງກ່າວຈະມີຄວາມຮັບປະກັນຊ້ຳສອງໃນການສະໜອງຢາປົວພະຍາດຕາມຄວາມຕ້ອງການຢ່າງທັນການ, ໝັ້ນທ່ຽງ ແລະ ພຽງພໍ. 

ທ່ານສາງເຟີງ ກ່າວວ່າ: “ລະບຽບການນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເທົ່າທຽມກັນລະຫວ່າງສິດ ແລະ ພັນທະ, ວິສາຫະກິດສຳຮອງຄວນສະໜອງຢາປົວພະຍາດດ້ວຍລາຄາທີ່ໄດ້ກຳນົດໄວ້ໃນການປະມູນ, ແລະມີໂອກາດໄດ້ຮັບຄວາມໄວ້ວາງໄຈຈາກຕະຫຼາດໃນເຂດແຂວງຫຼາຍກວ່າເກົ່າ”. ສຳລັບພາກສ່ວນປະກັນສຸຂະພາບຂອງທ້ອງຖິ່ນແລ້ວ, ຮູບແບບ “ແຂວງໜຶ່ງມີວິສາຫະກິດສະໜອງຢາສອງແຫ່ງ” ໄດ້ເປັນວິທີທີ່ມີຮັບປະກັນໂດຍກົງກວ່າເກົ່າ ໃນການຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ໄດ້ຫຼຸດຕົ້ນທຶນການບໍລິຫານດ້ານການຄັດເລືອກວິສາຫະກິດສຳຮອງໃນແຂວງຕ່າງໆຕື່ມອີກ.

ທ່ານຈຽງຊາງຊົງ ຫົວໜ້າຫ້ອງການປະມູນແລະຈັດຊື້ຢາປົວພະຍາດຕາມລາຄາກຳນົດຂອງສະຖາບັນຄົ້ນຄວ້າການປະກັນສຸຂະພາບ ມະຫາວິທະຍາໄລການແພດນະຄອນຫຼວງປັກກິ່ງກ່າວວ່າ: “ການຈັດຊື້ລວມສູນຈະເຮັດໃຫ້ຄົນເຈັບ, ໂຮງໝໍ, ວິສາຫະກິດແລະຝ່າຍອື່ນໆ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.” ພາຍຫຼັງກ້າວເຂົ້າສູຸ່ຍຸກໃໝ່ຂອງການປັບປຸງລາຄາຢາປົວພະຍາດແລ້ວ, ການຈັດຊື້ຢາປົວພະຍາດ ແລະ ການເຈລະຈາດ້ານການປະກັນສຸຂະພາບໄດ້ກາຍເປັນສອງກົນໄກການເກີດລາຄາຂອງຢາປົວພະຍາດ ເຊິ່ງຈະຮ່ວມກັນຊຸກຍູ້ໃຫ້ລາຄາຢາປົວພະຍາດມີຄວາມສົມເຫດສົມຜົນ.

ຕາມຂ່າວແຈ້ງວ່າ: ຜົນການຈັດຊື້ຢາປົວພະຍາດຄັ້ງທີ 7 ເທື່ອນີ້ ຈະປະກາດຜົນການຄັດເລືອກຢ່າງເປັນທາງການພາຍຫຼັງແຈ້ງຜົນການຄັດເລືອກເບື້ອງຕົ້ນຕໍ່ສັງຄົມ, ແລະຄາດວ່າ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນພະຈິກປີນີ້.

ຜົນການຈັດຊື້ຢາປົວພະຍາດລວມສູນ: ຢາປົວພະຍາດ 60 ຊະນິດໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ການຈັດຊື້ໃນຄັ້ງນີ້

ວັນທີ 12 ກໍລະກົດປີນີ້, ຜົນການຈັດຊື້ຢາປົວພະຍາດລວມສູນຄັ້ງທີ 7 ໄດ້ເປີດເຜີຍຢູ່ນະຄອນນານກິ່ງ ແຂວງຈ່ຽງຊູ.

ມີຢາປົວພະຍາດລວມທັງໝົດ 60 ຊະນິດໄດ້ຖືກຈັດເຂົ້າບັນຊີລາຍຊື່ການຈັດຊື້ໃນຄັ້ງນີ້, ລວມທັງຢາປົວພະຍາດທົ່ວໄປ ແລະພະຍາດຊຳເຮື້ອຕ່າງໆ ເຊັ່ນ ຄວາມດັນເລືອດສູງ, ພະຍາດເບົາຫວານ, ຕ້ານການຕິດເຊື້ອ ແລະ ພະຍາດລະບົບທາງເດີນອາຫານ. ນອກນັ້ນຍັງມີຢາປົວພະຍາດສຳຄັນ ເຊັ່ນ ມະເຮັງປອດ, ມະເຮັງຕັບ, ມະເຮັງໝາກໄຂ່ຫຼັງ, ມະເຮັງລຳໄສ້ ແລະ ພະຍາດອື່ນໆ ເຊິ່ງເປັນປະໂຫຍດຕໍ່ປວງຊົນໃນຂອບເຂດທີ່ກວ້າງຂວາງ ແລະ ມີຄວາມພາກພູມໃຈຕໍ່ກັບຜົນປະໂຫຍດທີ່ໄດ້ຮັບ. ໃນດ້ານລະບຽບການຈັດຊື້, ການຈັດຊື້ຄັ້ງນີ້ໄດ້ຍຶດໝັ້ນຫຼັກການພື້ນຖານທີ່ “ລາຄາຈັດຊື້ພົວພັນກັບຈຳນວນການຈັດຊື້, ການປະມູນ ແລະ ການຈັດຊື້ສອດຄ່ອງກັນ” ແລະຍຶດໝັ້ນກົນໄກການເຮັດວຽກທີ່ ກ່ຽວຂ້ອງ,ທັງປັບປຸງໃຫ້ສົມບູນຂຶ້ນຕື່ມອີກ ເພື່ອເພີ່ມທະວີຄວາມຮັບປະກັນດ້ານການສະໜອງ. ນອກນີ້, ການຈັດຊື້ລວມສູນຄັ້ງນີ້ຍັງໄດ້ປະຕິບັດກົນໄກການຄັດເລືອກວິສາຫະກິດສະໜອງສຳຮອງເປັນຄັ້ງທຳອິດ ໂດຍແຕ່ລະແຂວງລ້ວນແຕ່ມີວິສາຫະກິດສະໜອງຢາປົວພະຍາດທີ່ເປັນຫຼັກໜຶ່ງແຫ່ງ ແລະ ວິສາຫະກິດສະໜອງສຳຮອງໜຶ່ງແຫ່ງ, ເມື່ອວິສາຫະກິດສະໜອງທີ່ເປັນຫຼັກບໍ່ສາມາດສະໜອງຢາປົວພະຍາດຢ່າງພຽງພໍ ຫຼືວ່າ ຖືກຍຸບຖານະການສະໜອງ ຫຼື ມີສະພາບການອື່ນໆ ເກີດຂຶ້ນ ກໍສາມາດໃຫ້ວິສາຫະກິດສຳຮອງສະໜອງຢາປົວພະຍາດແທນ ເຊິ່ງສາມາດຮັບປະກັນໃຫ້ການຕອບສະໜອງໄດ້ຢ່າງໝັ້ນທ່ຽງ.

ການຈັດຊື້ລວມສູນຄັ້ງນີ້ ມີຜະລິດຕະພັນ 488 ຊະນິດຂອງວິສາຫະກິດ 295 ແຫ່ງໄດ້ເຂົ້າຮ່ວມການປະມູນ. ໃນທີ່ສຸດ, ຜະລິດຕະພັນ 327 ຊະນິດຂອງວິສາຫະກິດ 217 ແຫ່ງໄດ້ຮັບຖານະການສະໜອງໃນເບື້ອງຕົ້ນ. ໃນນັ້ນ, ຜະລິດຕະພັນ 6 ຊະນິດຂອງວິສາຫະກິດຜະລິດຢາປົວພະຍາດສາກົນ 6 ແຫ່ງໄດ້ຮັບການຄັດເລືອກ, ຜະລິດຕະພັນ 321 ຊະນິດຂອງວິສາຫະກິດຈີນ 211 ແຫ່ງໄດ້ຮັບການຄັດເລືອກ, ວິສາຫະກິດທີ່ເຂົ້າຮ່ວມການປະມູນມີ 73% ໄດ້ຕາມເງື່ອນໄຂການຈັດຊື້, ສະເລ່ຍແລ້ວຢາປົວພະຍາດຊະນິດໃດໜຶ່ງມີວິສາຫະກິດ 5.4 ແຫ່ງໄດ້ຕາມເງື່ອນໄຂການຈັດຊື້, ການມີຫຼາຍຝ່າຍເຂົ້າຮ່ວມການສະໜອງ ເຮັດໃຫ້ການສະໜອງມີຄວາມໝັ້ນທ່ຽງເພີ່ມຂຶ້ນຕື່ມອີກ. ລາຄາສະເລ່ຍຂອງຢາປົວພະຍາດທີ່ໄດ້ຮັບການຄັດເລືອກໃນການຈັດຊື້ຄັ້ງນີ້ ໄດ້ຫຼຸດລົງ 48%, ໂດຍຄິດໄລ່ຕາມຈຳນວນການຈັດຊື້ແລ້ວ, ຄາດວ່າສາມາດປະຢັດເງິນໄດ້ 18,5 ຕື້ຢວນຕໍ່ປີ.

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ທ່ານຜູ້ຟັງທີ່ຮັກແພງ, ໃນລາຍການ “ເປີດປະຕູສູ່ເມືອງຈີນ” ມື້ນີ້, ດວງພະຈັນໄດ້ແນະນຳ ວຽກງານປົກປ້ອງຊັບສິນທາງປັນຍາ ແລະ ສະພາບການທີ່ລັດຖະບານຈີນປະຕິບັດມາດຕະການຕ່າງໆເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃນ 6 ເດືອນຕົ້ນປີນີ້. ເລື່ອງເຫຼົ່ານີ້ໄດ້ເຮັດໃຫ້ທ່ານຮູ້ສຶກປະທັບໃຈບໍ່? ຍິນດີຕ້ອນຮັບທ່ານຕິດຕໍ່ພົວພັນກັບພວກເຮົາ, ທ່ານສາມາດເຂົ້າເບິ່ງເວັບໄຊຂອງພວກເຮົາໄດ້ທີ່ laos.cri.cn, ຫຼືຕິດຕາມ FB ຂອງພວກເຮົາຄື: CRI-FM93, ທ່ານຍັງສາມາດສົ່ງ E-mail ເຖິງພວກເຮົາຕາມທີ່ຢູ່ laos@cri.com.cn,  ຂອບໃຈທີ່ທ່ານໃຫ້ຄວາມສົນໃຈຮັບຟັງລາຍການຂອງພວກເຮົາ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ