ໄຂກອງປະຊຸມເວທີປຶກສາຫາລືການລົງທຶນລະຫວ່າງນະຄອນຈຸ່ງກິ່ງຂອງຈີນແລະມາເລເຊຍ

2022-08-13 15:20:12 cri

      ກອງປະຊຸມເວທີປຶກສາຫາລືການລົງທຶນລະຫວ່າງນະຄອນຈຸ່ງກິ່ງຂອງຈີນແລະມາເລເຊຍໄດ້ຈັດຂຶ້ນຢູ່ນະຄອນຈຸ່ງກິ່ງຂອງຈີນແລະນະຄອນຫຼວງກົວລາລຳເປີຂອງມາເລເຊຍໃນວັນທີ 12 ສິງຫານີ້. ສອງຝ່າຍໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບການເພີ່ມທະວີຮູບແບບການຮ່ວມມືດ້ານເສດຖະກິດການຄ້າແລະການລົງທຶນລະຫວ່າງນະຄອນຈຸ່ງກິ່ງຂອງຈີນກັບມາເລເຊຍໂດຍປິ່ນອ້ອມການປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບແລະຜົນສະທ້ອນຈາກຊ່ອງທາງໃໝ່ທາງບົກແລະທາງທະເລຢູ່ພາກຕາເວັນຕົກຈີນແລະໄດ້ນຳສະເໜີແລະລົງເລິກແລກປ່ຽນກັນໂດຍສຸມໃສ່ຂົງເຂດທີ່ສຳຄັນໃນການຮ່ວມມືລະຫວ່າງສອງຝ່າຍ.

      ຫົວຂໍ້ຕົ້ນຕໍຂອງເວທີປຶກສາຫາລືຄັ້ງນີ້ແມ່ນ “ສະແຫວງຫາໂອກາດແລະການພັດທະນາໃນຂົງເຂດຍຸດທະສາດພາຍໃຕ້ສັນຍາອາເຊັບຫຼື RCEP”, ວິສາຫະກິດຈາກນະຄອນຈຸ່ງກິ່ງຂອງຈີນແລະມາເລເຊຍຫຼາຍຮ້ອຍແຫ່ງໄດ້ເຂົ້າຮ່ວມກອງປະຊຸມໂດຍຜ່ານທາງອອນລາຍແລະອັອຟລາຍ. ໃນເວທີປຶກສາຫາລື, ບໍລິສັດບໍລິຫານຊ່ອງທາງໃໝ່ທາງບົກແລະທາງທະເລຈີນຈຳກັດແລະອົງການນ້ຳມັນຕົ້ນປານຂອງມາເລເຊຍໄດ້ເຊັນສັນຍາຮ່ວມມືດ້ານຍຸດທະສາດກ່ຽວກັບຕ່ອງໂສ້ການສະໜອງນ້ຳມັນຕົ້ນປານລະຫວ່າງພາກຕາເວັນຕົກຂອງຈີນແລະມາເລເຊຍ.