ໄຂງານຮູບເງົາສາກົນປັກກິ່ງຄັ້ງທີ 12

2022-08-13 17:11:07 CRI


     ວັນທີ 13 ສິງຫານີ້, ງານຮູບເງົາສາກົນປັກກິ່ງຄັ້ງທີ 12 ທີ່ຊີ້ນຳໂດຍກົມຮູບເງົາແຫ່ງຊາດຈີນ ແລະຈັດຕັ້ງປະຕິບັດໂດຍສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອົງການປົກຄອງນະຄອນຫຼວງປັກກິ່ງ ໄດ້ໄຂຂຶ້ນຢູ່ສູນປະຊຸມແລະວາງສະແດງສາກົນໜອງຢ້ຽນຊີ່ຫູປັກກິ່ງ.



     ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການສະຖານີວິທະຍຸໂທລະພາບສູນກາງຈີນ, ປະທານຄະນະກຳມະການຈັດຕັ້ງປະຕິບັດງານຮູບເງົາສາກົນປັກກິ່ງຄັ້ງທີ 12 ໄດ້ກ່າວຄຳປາໄສໃນພິທີໄຂ ແລະປະກາດໄຂງານຮູບເງົາຄັ້ງນີ້.



     ງານຮູບເງົາສາກົນປັກກິ່ງຄັ້ງນີ້ມີຫົວຂໍ້ວ່າ: ຮ່ວມຈິດຮ່ວມໃຈ ພະຍາຍາມປະຕິບັດງານ, ຈຳນວນຮູບເງົາຈາກທົ່ວໂລກທີ່ເຂົ້າຮ່ວມການຊີງລາງວັນ ທ່ຽນທານ ມີເຖິງ 1450 ເລື່ອງ, ເພີ່ມຂຶ້ນ 63% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ມີຮູບເງົາຕ່າງປະເທດ 1193 ເລື່ອງ, ມາຈາກ 88 ປະເທດແລະເຂດແຄວ້ນ. ຮູບເງົາຈີນເລື່ອງ“ໄຫເດີຈີ້ນໂທຊື້ສາວຢວນ” ແປວ່າ: ສົ້ນສຸດຂອງທະເລແມ່ນທົ່ງຫຍ້າ ແລະຮູບເງົາອື່ນໆທັງໝົດ 16 ເລື່ອງໄດ້ເຂົ້າຮອບ. ງານຮູບເງົາຄັ້ງນີ້ຈະອັດລົງໃນວັນທີ 20 ສິງຫານີ້, ເມື່ອຮອດເວລານັ້ນ, ຈະປະກາດຜົນການປະກວດຮູບເງົາ 10 ເລື່ອງທີ່ໄດ້ຮັບລາງວັນທ່ຽນທານ.