ຈັດກອງປະຊຸມແລກປ່ຽນລະຫວ່າງສັງຄົມມະຫາຊົນສາກົນເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ

2022-08-13 15:26:59 CRI


     ວັນທີ 12 ສິງຫານີ້, ກອງປະຊຸມແລກປ່ຽນລະຫວ່າງສັງຄົມມະຫາຊົນສາກົນເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ຊີ້ນຳໂດຍຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ແລະ ຈັດຂຶ້ນໂດຍສະມາຄົມສົ່ງເສີມການແລກປ່ຽນສາກົນຂອງອົງການຈັດຕັ້ງພົນລະເຮືອນຈີນໄດ້ຈັດຂຶ້ນຜ່ານທາງອອນລາຍ ແລະ ອອຟລາຍ. ທ່ານສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຈີນປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງກອງປະຊຸມ.ທ່ານບັນກີມູນ ອະດີດເລຂາທິການໃຫຍ່ອົງການສະຫະປະຊາຊາດ ພ້ອມທັງບັນດາທູຕານຸທູດປະຈຳຈີນ, ຜູ້ຕາງຫນ້າຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ, ຄັງປັນຍາ ແລະ ວິສາຫະກິດຂອງປະເທດທີ່ກ່ຽວຂ້ອງທັງຫມົດປະມານ 400 ທ່ານໄດເຂົ້າຮ່ວມກອງປະຊຸມຄັ້ງນີ້.


     ຝ່າຍຕ່າງປະເທດທີ່ເຂົ້າຮ່ວມປະຊຸມກ່າວວ່າ, ສັງຄົມມະຫາຊົນສາກົນຍິນດີນຳໃຊ້ຜະລິດຕະພັນສາທາລະນະ ແລະ ເວທີການຮ່ວມມືທີ່ສະໜອງໂດຍຂໍ້ລິເລີ່ມການພັດທະນາທົ່ວໂລກໃຫ້ດີ ເພື່ອຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາດໃຫ້ບັນລຸຜົນເປັນຈິງໂດຍໄວເທົ່າທີ່ຈະໄວໄດ້.