ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງກອງປະຊຸມແລກປ່ຽນລະຫວ່າງສັງຄົມມະຫາຊົນສາກົນເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ

2022-08-13 16:47:44 CRI

     ວັນທີ 12 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງກອງປະຊຸມແລກປ່ຽນລະຫວ່າງສັງຄົມມະຫາຊົນສາກົນເພື່ອຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ.




     ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນນີ້, ການພັດທະນາຂອງເສດຖະກິດໂລກໄດ້ຖືກຜົນກະທົບຈາກຫຼາຍດ້ານ, ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດໄດ້ຖືກສະກັດກັ້ນ. ໂດຍປະເຊີນໜ້າກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຕ່າງໆ, ພວກເຮົາຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວໜຽວແໜ້ນ, ຮ່ວມແຮງຮ່ວມໃຈ, ຈັດຕັ້ງປະຕິບັດເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດຢ່າງແທ້ຈິງ, ສັງຄົມມະນຸດຈຶ່ງຈະສາມາດມີອະນາຄົດທີ່ດີງາມກວ່າເກົ່າໄດ້.


     ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: ປະຊາຄົມໂລກຄວນເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງແຂງແຮງເພື່ອຊຸກຍູ້ການພັດທະນາຢ່າງບໍ່ຢຸດຢັ້ງ, ພະຍາຍາມສ້າງສະພາບແວດລ້ອມສາກົນທີ່ມີຜົນດີຕໍ່ການພັດທະນາ, ຕັ້ງໜ້າອົບຮົມພະລັງແຮງໃໝ່ໃນການພັດທະນາທົ່ວໂລກ, ຮ່ວມກັນສ້າງການພົວພັນຄູ່ພັດທະນາທົ່ວໂລກ. ຈີນຍິນດີພະຍາຍາມຮ່ວມກັນກັບຝ່າຍຕ່າງໆ, ເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ແລະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະສ້າງຍຸກໃໝ່ທີ່ມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງ.