ປາກີສະຖານສະຫຼອງວັນປະກາດເອກະລາດຄົບຮອບ75ປີ

2022-08-15 17:08:50 cri

   ວັນທີ14ສິງຫານີ້ ຢູ່ປາກີສະຖານໄດ້ຈັດງານມະໂຫລານ ເພື່ອສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ75ປີ.

ໃນພິທີຊັກທຸງຊາດທີ່ຈັດຂຶ້ນຢູ່ສູນປະຊຸມຈີນນາ ນະຄອນຫຼວງອີສລາມາບັດໃນມື້ດຽວກັນ, ທ່ານມຸຮຳມັດ ຊາບາສ ຊາຣິຟ ນາຍົກລັດຖະມົນຕີປາກີສະຖານໄດ້ຊັກທຸງຊາດດ້ວຍຕົນເອງ, ເຈົ້າໜ້າທີ່ຄະນະລັດຖະບານປາກີສະຖານ,ສະມາຊິກສະພາແຫ່ງຊາດ, ເຈົ້າໜ້າທີ່ລະດັບສູງດ້ານການທະຫານ ພ້ອມດ້ວຍບຸກຄົນຈາກວົງການຕ່າງໆໃນສັງຄົມໄດ້ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງຢ່າງເປັນທາງການທີ່ຈັດຂຶ້ນຢູ່ສູນປະຊຸມ.

ທ່ານຊາບາສ ຊາຣິຟ ໄດ້ກ່າວປາຖະກະຖາຫຼັງຈາກພິທີຊັກທຸງຊາດວ່າ: ກຳລັງທີ່ຍິ່ງໃຫຍ່ກວ່າໝູ່ຂອງປາກີສະຖານແມ່ນປະຊາຊົນໂດຍສະເພາະແມ່ນຊາວໜຸ່ມຈຳນວນມະຫາສານ.ທ່ານຮຽກຮ້ອງໃຫ້ປະຊາຊົນທົ່ວປະເທດຈົ່ງສາມັກຄີເປັນເອກະພາບກັນ,ພະຍາຍາມສ້າງສາປາກີສະຖານໃຫ້ເປັນປະເທດທີ່ເຂັ້ມແຂງດ້ານເສດຖະກິດ.