ຣັດເຊຍກ່າວວ່າໄດ້ກຽມພ້ອມແລ້ວຈະດຳເນີນການເຈລະຈາລະດັບວິຊາການກັບອາເມຣິກາກ່ຽວກັບການແລກຕົວບຸກຄົນທີ່ຖືກກັກຂັງໄວ້

2022-08-15 15:12:04 cri

      ວັນທີ 14 ສິງຫານີ້, ທ່ານນາງ ມາເຣຍ ຊັກຄາໂຣວາ , ໂຄສົກກະຊວງການຕ່າງປະເທດຣັດເຊຍໄດ້ກ່າວໃນເວລາໃຫ້ສຳພາດຕໍ່ຊ່ອງໂທລະພາບ “1-ຣັດເຊຍ”ວ່າ: ຣັດເຊຍໄດ້ກຽມພ້ອມແລ້ວຈະດຳເນີນການເຈລະຈາລະດັບວິຊາການກັບອາເມຣິກາກ່ຽວກັບການແລກຕົວບຸກຄົນທີ່ຖືກກັກຂັງໄວ້,ພ້ອມທັງໃຊ້ການເຄື່ອນໄຫວທີ່ລະອຽດ.

      ເມື່ອກ່າວເຖິງກໍລະນີອາດຈະແລກຕົວທ້າວ ວິກໂຕ ບຸດ ພໍ່ຄ້າຣັດເຊຍທີ່ກຳລັງຈຳຄຸກຢູ່ອາເມຣິກາກັບອາເມຣິກາໃນທ້າຍປີນີ້ຫຼືບໍ່, ທ່ານນາງ ມາເຣຍ ຊັກຄາໂຣວາ ກ່າວວ່າ: ການເຈລະຈາກ່ຽວກັບການແລກຕົວບຸກຄົນທີ່ຖືກກັກຂັງໄວ້ນັ້ນຕ້ອງການທີມງານວິຊາການ,ຝ່າຍຣັດເຊຍໄດ້ກຽມພ້ອມແລ້ວຈະດຳເນີນການເຈລະຈາລະດັບວິຊາການແລະການເຄື່ອນໄຫວທີ່ລະອຽດກ່ຽວກັບເລື່ອງນີ້,ຫວັງວ່າອາເມຣິກາຈະບໍ່ດຳເນີນກົນອຸບາຍທາງການເມືອງແລະການຖົກຖຽງກັນທີ່ໄຮ້ເຫດຜົນອີກ.