ຢູ່ເມືອງຈາໂຕ່ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດຢວີ້ຊູ້ແຂວງຊິ່ງໄຫຈີນເກີດແຜ່ນດິນໄຫວຄວາມແຮງ 5,9 ລິກເຕີ

2022-08-15 16:13:25 cri

   ອີງຕາມຂໍ້ມູນຈາກການຢັ່ງແທກທາງການຈາກເວັບໄຊສະຖານີວັດແທກແຜ່ນດິນໄຫວຈີນສະແດງໃຫ້ເຫັນວ່າ: ໃນເວລາ16ໂມງ20ນາທີຂອງວັນທີ14ສິງຫານີ້, ຢູ່ເມືອງຈາໂຕ່ກິ່ງແຂວງ ປົກຄອງຕົນເອງເຜົ່າຕິເບດຢວີ້ຊູ້ແຂວງຊິ່ງໄຫຈີນໄດ້ເກີດແຜ່ນດິນໄຫວຄວາມແຮງ 5,9 ລິກເຕີ, ແຫຼ່ງເກີດແຜ່ນດິນໄຫວມີຄວາມເລິກລົງໄປໃຕ້ດິນ 10 ກິໂລແມັດ, ຈຸດເກີດແຜ່ນດິນໄຫວຢູ່ເສັ້ນຂະໜານເໜືອ33,14ອົງສາ,ເສັ້ນແວງຕາເວັນອອກ 92,85 ອົງສາ. ປັດຈຸບັນຍັງບໍ່ມີຂໍ້ມູນຜູ້ເສຍຊີວິດແລະໄດ້ຮັບບາດເຈັບ.