ຝັງເລິກຢູ່ໃນດວງໃຈ! ຍີ່ປຸ່ນເສຍໄຊແລະຍອມຈຳນົນຄົບຮອບ 77 ປີ

2022-08-15 15:17:25 CRI

 

ຕາມຂ່າວCRI: ວັນທີ 15 ສິງຫານີ້ແມ່ນວັນລະນຶກຍີ່ປຸ່ນຍອມຈຳນົນຄົບຮອບ 77 ປີ.

 

ເມື່ອຫວນຄືນວັນທີ 15 ສິງຫາຂອງ 77 ປີກ່ອນ, ຍີ່ປຸ່ນໄດ້ປະກາດຍອມຈຳນົນແບບບໍ່ມີເງື່ອນໄຂ, ປະຊາຊົນຈີນໄດ້ສູ້ຮົບຢ່າງດຸເດືອດເດັດຂາດບໍ່ອ່ອນຍອມມາເປັນເວລາ 14 ປີ, ໃນທີ່ສຸດ, ໄດ້ເອົາຊະນະຢ່າງເຖິງຖອງເປັນຄັ້ງທຳອິດໃນການຕໍ່ຕ້ານການຮຸກຮານຈາກສັດຕູພາຍນອກ. ມາຮອດປັດຈຸບັນນີ້, ຄວັນລະເບີດໄດ້ຈາງຫາຍໄປແຕ່ດົນແລ້ວ, ແຕ່ນ້ຳໃຈການຕໍ່ສູ້ຍັງພິລະອາດຫານຕ້ານຍີ່ປຸ່ນໄດ້ກະຕຸ້ນໃຫ້ພວກເຮົາກ້າວເດີນໄປຂ້າງໜ້າຢ່າງອົງອາດກ້າຫານ.

 

ຝັງເລິກຢູ່ໃນດວງໃຈ, ເພື່ອໄຊຊະນະທີ່ໄດ້ມາຢ່າງບໍ່ງ່າຍດາຍກ້າວເດີນໄປຂ້າງໜ້າ, ນຳເອົາຄວາມຊົງຈຳທີ່ລືມບໍ່ໄດ້.