ເນື່ອງໃນໂອກາດຍີ່ປຸ່ນໄດ້ປະລາໄຊແລະປະກາດຍອມຈຳນົນໂດຍບໍ່ມີເງື່ອນໄຂຄົບຮອບ 77 ປີ ຈີນຮຽກຮ້ອງໃຫ້ຍີ່ປຸ່ນຕັດສາຍພົວພັນກັບລັດທິນິຍົມການທະຫານຢ່າງເຖິງຖອງ

2022-08-16 13:29:11 CRI

     ວັນທີ 15 ສິງຫາເມື່ອ 77 ປີກ່ອນແມ່ນວັນທີ່ຍີ່ປຸ່ນປະລາໄຊໃນສົງຄາມໂລກຄັ້ງທີ 2 ແລະປະກາດຍອມຈຳນົນໂດຍບໍ່ມີເງື່ອນໄຂ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 15 ສິງຫາປີ 2022 ນີ້, ທ່ານຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ໄປມອບເງິນໃຫ້ວັດຢາຊຶຄຸນີເພື່ອສະແດງຄວາມໄວ້ອາໄລ, ແລະໃນໄລຍະຜ່ານມານີ້, ຍັງມີສະມາຊິກຄະນະລັດຖະບານຍີ່ປຸ່ນບາງຄົນໄປບູຊາວັດຢາຊຶຄຸນີ.



     ວັນທີ 15 ສິງຫານີ້, ໃນເວລາທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວ, ທ່ານກ່າວວ່າ: ວັດຢາຊຶຄຸນີແມ່ນເຄື່ອງມືທາງຈິດໃຈແລະສັນຍາລັກໃຫ້ແກ່ລັດທິນິຍົມການທະຫານຂອງຍີ່ປຸ່ນໃນການກໍ່ສົງຄາມຮຸກຮານປະເທດອື່ນ ເຊິ່ງໄດ້ຕັ້ງປ້າຍວິນຍານຂອງອາດຊະຍາກອນຊັ້ນ ກ ໃນສົງຄາມໂລກຄັ້ງທີ 2. ການກະທຳທີ່ຫຍໍ້ທໍ້ຂອງບຸກຄົນສຳຄັນທາງການເມືອງຍີ່ປຸ່ນກ່ຽວກັບວັດຢາຊຶຄຸນີໄດ້ສ່ອງແສງໃຫ້ເຫັນອີກເທື່ອໜຶ່ງວ່າ ຍີ່ປຸ່ນໄດ້ຖືທ່າທີຜິດພາດຕໍ່ບັນຫາປະຫວັດສາດ, ຝ່າຍຈີນໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຝ່າຍຍີ່ປຸ່ນໂດຍຜ່ານວິທີທາງການທູດ ແລະໄດ້ສະແດງຫຼັກໝັ້ນຂອງຕົນຢ່າງເຄັ່ງຂຶມ.


     ທ່ານວ່າງເວີນປິ່ນຊີ້ໃຫ້ເຫັນວ່າ: ການຖືປະຫວັດສາດຢ່າງຖືກຕ້ອງ ສຳຫຼວດຕົນເອງແລະຕື່ນຕົວຢ່າງເລິກເຊິ່ງ, ແມ່ນເງື່ອນໄຂເບື້ອງຕົ້ນທີ່ຈຳເປັນຂອງການຟື້ນຟູແລະຂະຫຍາຍການພົວພັນຢ່າງເປັນປົກກະຕິລະຫວ່າງຍີ່ປຸ່ນກັບບັນດາປະເທດທີ່ໃກ້ຄຽງໃນອາຊີຫຼັງຈາກສົງຄາມໂລກຄັ້ງທີ 2. ຝ່າຍຈີນຮຽກຮ້ອງໃຫ້ຝ່າຍຍີ່ປຸ່ນຖອນຖອດບົດຮຽນທາງລົບຈາກປະຫວັດສາດຢ່າງຕັ້ງໃຈ, ຕັດສາຍພົວພັນກັບລັດທິນິຍົມການທະຫານຢ່າງເຖິງຖອງ, ເພື່ອບໍ່ໃຫ້ຕົນເສຍຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດທີ່ໃກ້ຄຽງໃນອາຊີກໍ່ຄືປະຊາຄົມໂລກຕື່ມອີກ.