ການລົບລ້າງຄວາມທຸກຍາກໃຫ້ຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ ໄດ້ເຮັດໃຫ້ປະຊາຊົນຜູ້ທຸກຍາກ 98,99 ລ້ານຄົນກ້າວເຂົ້າສູ່ສັງຄົມທີ່ອີ່ມໜຳສຳລານ

2022-08-16 17:09:31 cri


ນັບແຕ່ປີ 2014 ເປັນຕົ້ນມາ, ຈີນໄດ້ສ້າງລະບົບເກັບຂໍ້ມູນທີ່ມີເປົ້າໝາຍເຂົ້າເຖິງທຸກຄົນໃຫ້ກັບຄອບຄົວທີ່ທຸກຍາກ ເຊິ່ງໄດ້ເກັບຂໍ້ມູນ 22,8 ຕື້ຂໍ້ຂອງປະຊາຊົນຜູ້ທຸກຍາກເກືອບ 90 ລ້ານຄົນ.

ໃນ 10 ສາເຫດທີ່ພາໃຫ້ເກີດຄວາມທຸກຍາກ ເຊັ່ນເຈັບເປັນຍ້ອນພະຍາດ, ຂາດເຂີນເງິນທຶນ, ຂາດເຂີນທີ່ດິນ ແລະອື່ນໆ, ນັບແຕ່ປີ 2014 ເປັນຕົ້ນມາ, ການເຈັບເປັນຍ້ອນພະຍາດແມ່ນໜຶ່ງໃນສາເຫດທີ່ຕົ້ນຕໍແລະຍາກທີ່ຈະແກ້ໄຂໄດ້.

ເມືອງຊີ່ລິນ ເຊິ່ງເປັນເມືອງທຸກຍາກລະດັບຊາດ ຕັ້ງຢູ່ທິດຕາເວັນຕົກທີ່ສຸດຂອງເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ. ຍ້ອນຄວາມທຸກຍາກຫຼ້າຫຼັງ, ຈິ່ງບໍ່ມີທ່ານໝໍປະຈຳຢູ່ບ່ອນນີ້, ເມື່ອຊາວບ້ານບໍ່ສະບາຍແລ້ວມີແຕ່ອົດທົນເອົາຈົນເຈັບໜັກ. ທ້າວລີເວີນປິ່ນ ກໍແມ່ນຊາວບ້ານຄົນໜຶ່ງທີ່ປະສົບກັບບັນຫານີ້.



ປີ 2017, ທ້າວລີເວີນປິ່ນຍ້ອນຄວາມເຈັບປວດບ່າໜັກໜ່ວງຂຶ້ນເລື້ອຍໆ, ລາວມີອາຍຸພຽງແຕ່ 26 ປີເທົ່ານັ້ນກໍລຸກຢືນຂຶ້ນບໍ່ໄດ້ແລ້ວ.

ພະນັກງານຜູ້ຊ່ວຍເຫຼືອຄວາມທຸກຍາກທີ່ເຂົ້າໄປໃນເຮືອນເພື່ອສຳຫຼວດກວດກາວຽກງານໄດ້ຮັບຮູ້ສະພາບການຂອງທ້າວລີເວີນປິ່ນແລ້ວ, ກໍໄດ້ບັນທຶກເຂົ້າໃນລະບົບເກັບຂໍ້ມູນເພື່ອຊ່ວຍເຫຼືອຄວາມທຸກຍາກຂອງທົ່ວປະເທດ ໂດຍໄດ້ບັນທຶກເຂົ້າໃນລະບົບຂໍ້ມູນຢູ່ນະຄອນຫຼວງປັກກິ່ງທີ່ຫ່າງໄກ 2.000 ກວ່າກິໂລແມັດ. ຢູ່ໃນລະບົບນີ້, ຕົວເລກຂໍ້ມູນຈະສາມາດສົ່ງໄປເຖິງກະຊວງແລະຄະນະກຳມະການຂອງລັດຖະບານ 10 ກວ່າແຫ່ງ. ດັ່ງນັ້ນ, ຂໍ້ມູນຂອງທ້າວລີເວີນປິ່ນພ້ອມດ້ວຍຂໍ້ມູນຂອງຄອບຄົວທຸກຍາກທີ່ເຈັບເປັນຍ້ອນພະຍາດ ກໍຖືກສົ່ງໄປເຖິງຄະນະກຳມະການສຸຂະພາບສາທາລະນະສຸກແຫ່ງຊາດຢ່າງຖືກຕ້ອງຕາມເປົ້າໝາຍແລ້ວ.

ເພື່ອລົບລ້າງຄວາມທຸກຍາກຢ່າງເຖິງກົກເຖິງຮາກ, ລັດຖະບານໄດ້ສົ່ງພະນັກງານການແພດ 118.000 ເທື່ອຄົນຈາກໂຮງໝໍໃນຕົວເມືອງ 1.007 ແຫ່ງ ໄປຊ່ວຍເຫຼືອວຽກງານຢູ່ໂຮງໝໍຂອງເມືອງທຸກຍາກ 1.172 ແຫ່ງ ເຊິ່ງເຮັດໃຫ້ບຸກຄະລາກອນ, ເຕັກນິກ ແລະປະສົບການດ້ານການປິ່ນປົວພະຍາດທີ່ດີເດັ່ນໄດ້ສົ່ງໄປເຖິງເຂດທຸກຍາກຢ່າງແທ້ຈິງ.

ປີ 2017, ໜ່ວຍງານການແພດແຂວງກວາງຕຸ່ງທີ່ຊ່ວຍເຫຼືອເຂດກວາງຊີເປັນພິເສດໄດ້ເດີນທາງໄປຮອດເມືອງຊີ່ລິນ ແລະຊອກເຫັນທ້າວລີເວີນປິ່ນ. ປັດຈຸບັນ, ສຸຂະພາບຂອງລາວໄດ້ຟື້ນຟູຄືນໃໝ່ ແລະສາມາດດຳລົງຊີວິດຢ່າງເປັນປົກກະຕິແລ້ວ.

ໃນເວລາ 10 ປີທີ່ດຳເລົນການລົບລ້າງຄວາມທຸກຍາກຂອງຈີນ, ຊ່ອງທາງທີ່ໄປສູ່ຄວາມຜາສຸກຄືແບບນີ້ຍັງມີຫຼາຍ ເຊັ່ນ: ການຊ່ວຍເຫຼືອຄວາມທຸກຍາກດ້ວຍການພັດທະນາອຸດສາຫະກຳ, ການຊ່ວຍເຫຼືອຄວາມທຸກຍາກດ້ວຍການສຶກສາອົບຮົມເຕັກນິກ, ການຊ່ວຍເຫຼືອຄວາມທຸກຍາກດ້ວຍການເງິນ ແລະອື່ນໆ ເຊິ່ງໄດ້ເຮັດໃຫ້ປະຊາຊົນຜູ້ທຸກຍາກຢູ່ຊົນນະບົດຈີນ 98,99 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກ້າວເຂົ້າສູ່ສັງຄົມທີ່ອີ່ມໜຳສຳລານຢ່າງເຖິງຖອງ.