ຄະນະກຳມະການເລືອກຕັ້ງເຄັນຢາປະກາດວ່າທ່ານວິລຽມ ຣູໂຕໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ

2022-08-16 15:38:37 CRI

 

ຕາມຂ່າວCRI: ວັນທີ 15 ສິງຫານີ້, ຄະນະກຳມະການການເລືອກຕັ້ງຢ່າງເປັນເອກະລາດແລະວຽກງານຊາຍແດນຂອງເຄັນຢາໄດ້ປະກາດຜົນການປ່ອນບັດເລືອກຕັ້ງປະທານາທິບໍດີວ່າ: ທ່ານວິລຽມ ຣູໂຕ, ຜູ້ສະໝັກຮັບເລືອກຕັ້ງຂອງພັກສະຫະພັນປະຊາທິປະໄຕຮ່ວມ, ຮອງປະທານາທິບໍດີຄົນປັດຈຸບັນໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນໃນວັນທີ ສິງຫານີ້.

 

ອີງຕາມຜົນການນັບບັດ, ທ່ານວິລຽມ ຣູໂຕໄດ້ຮັບຫຼາຍກວ່າ 7.170.000 ບັດໃນການເລືອກຕັ້ງປະທານາທິບໍດີ. ທ່ານໄຣລາ ໂອດີນກາ, ຜູ້ສະໝັກຮັບເລືອກຕັ້ງອີກຄົນໜຶ່ງເຊິ່ງເປັນອະດີດນາຍົກລັດຖະມົນຕີເຄັນຢາໄດ້ຮັບ 6.940.000 ກວ່າບັດ. ທ່ານວິລຽມ ຣູໂຕທີ່ມີອາຍຸ 55 ປີໄດ້ດຳລົງຕຳແໜ່ງລັດຖະມົນຕີກະຊວງກະສິກຳນມາແຕ່ປີ 2008, ໃນປີ 2010 ດຳລົງຕຳແໜ່ງລັດຖະມົນຕີກະຊວງການສຶກສາຊັ້ນສູງ, ນັບແຕ່ປີ 2013 ໄດ້ດຳລົງຕຳແໜ່ງເປັນຮອງປະທານາທິບໍດີເຄັນຢາຈົນຮອດປັດຈຸບັນນີ້.