ກະຊວງການຕ່າງປະເທດຈີນຕອບໂຕ້ກໍລະນີທີ່ສະມາຊິກສະພາສູງອາເມຣິກາຢ້ຽມຢາມໄຕ້ຫວັນຈີນ: ບໍ່ຮູ້ປະມານຕົນ ຍ່ອມຈະປະລາໄຊຢ່າງແນ່່ນອນ

2022-08-16 15:36:56 CRI

 

ຕາມຂ່າວCRI:  ວັນທີ 14 ສິງຫານີ້, ທ່ານເອັດ ມາກຄີ, ປະທານຄະນະອາຊີປາຊີຟິກຄະນະກຳມະການການຕ່າງປະເທດຂອງສະພາສູງອາເມຣິກາພ້ອມດ້ວຍສະມາຊິກສະພາທັງໝົດ 5 ຄົນໄດ້ເດີນທາງມາຮອດນະຄອນໄຕເປເຂດໄຕ້ຫວັນຈີນ.

 

ກ່ຽວກັບເລື່ອງນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 15 ສິງຫານີ້ວ່າ, ທ່ານເອັດ ມາກຄີ, ສະມາຊິກສະພາອາເມຣິກາພ້ອມດ້ວຍຄະນະບໍ່ເອົາຫົວຊານຳານຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມແລະການຄັດຄ້ານຢ່າງເດັດດ່ຽວຂອງຈີນ, ຊູຊີເດີນທາງມາຢ້ຽມຢາມເຂດໄຕ້ຫວັນຂອງຈີນ, ໄດ້ລະເມີດຫຼັກການປະເທດຈີນດຽວແລະຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ໄດ້ລ່ວງລະເມີດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ໄດ້ສົ່ງສັນຍານທີ່ຜິດພາດອັນໜັກໜ່ວງຕໍ່ອິດທິກຳລັງແບ່ງແຍກ ໄຕ້ຫວັນເປັນເອກະລາດ” .

 

ທ່ານຫວ່າງເວີນປີ່ນກ່າວເນັ້ນຕື່ມວ່າ: ຈີນໄດ້ເຕືອນໃຫ້ອາເມຣິກາເຄົາລົບຫຼັກການປະເທດຈີນດຽວແລະຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ແກ້ໄຂບັນຫາກ່ຽວກັບເຂດໄຕ້ຫວັນຈີນຢ່າງລະມັດລະວັງແລະເໝາະສົມ, ຢຸດບາດກ້າວເດີນໄປໄກຕາມເສັ້ນທາງອັນຜິດພາດທີ່ລຶບລ້າງແລະບິດເບືອນຫຼັກການປະເທດຈີນດຽວ, ເພື່ອຫຼີກເວັ້ນບໍ່ໃຫ້ທຳລາຍການພົວພັນລະຫວ່າງຈີນ-ອາເມຣິກາແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຈີນຕື່ມອີກ. ຈີນຈະນຳໃຊ້ມາດຕະການຢ່າງເດັດດ່ຽວແລະແຂງແຮງ, ປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ບຸກຄົນທາງການເມືອງຈຳນວນໜ້ອຍຂອງອາເມຣິກາຮ່ວມກັບອິດທິກຳລັງແບ່ງແຍກ ໄຕ້ຫວັນເປັນເອກະລາດ , ມີເຈດຕະນາທ້າທາຍເກາະຜິດຕໍ່ຫຼັກການປະເທດຈີນດຽວ, ບໍ່ຮູ້ປະມານຕົນເອງ, ຍ່ອມຈະປະລາໄຊຢ່າງແນ່ນອນ.