ທ່ານ ວາງຢີ້ ພົບປະກັບທູຕານຸທູດຂອງປະເທດພວມພັດທະນາອາຊີອາຟຣິກາປະຈຳເຊີແນວປະເທດສະວິສຜ່ານທາງວິດີໂອ

2022-08-16 15:21:12 cri

      ວັນທີ 15 ສິງຫານີ້, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບການຢ້ຽມຄຳນັບຂອງທູຕານຸທູດປະເທດພວມພັດທະນາອາຊີອາຟຣິກາປະຈຳເຊີແນວປະເທດສະວິສຜ່ານທາງວິດີໂອ.

      ທ່ານ ວາງຢີ້ ກ່າວວ່າ: ຈີນຍິນດີສາມັກຄີແລະປະສານງານກັນກັບປະເທດພວມພັດທະນາ. ໃນເມື່ອກ່ອນ,ປັດຈຸບັນແລະອະນາຄົດ, ບັດໜຶ່ງຂອງຈີນຢູ່ອົງການສະຫະປະຊາຊາດລ້ວນແຕ່ຈະປ່ອນໃຫ້ປະເທດພວມພັດທະນາ,ຈະສືບຕໍ່ປະກອບຄຳເຫັນທີ່ຍຸຕິທຳໃຫ້ແກ່ປະເທດພວມພັດທະນາ.

ທ່ານ ວາງຢີ້  ໄດ້ແຈ້ງໃຫ້ຮູ້ຜົນສຳເລັດດ້ານການພັດທະນາຂອງຈີນໃນດ້ານວຽກງານສິດທິມະນຸດ ແລະກ່າວວ່າຈີນຍິນດີຮ່ວມກັບບັນດາປະເທດດຳເນີນການແລກປ່ຽນແລະຮ່ວມມືດ້ານສິດທິມະນຸດດ້ວຍທ່າທີທີ່ເປີດປະຕູບົນພື້ນຖານສະເໝີພາບແລະຕ່າງຝ່າຍຕ່າງເຄົາລົບເຊິ່ງກັນແລະກັນ,ຕ່າງຖອດຖອນບົດຮຽນເຊິ່ງກັນແລະກັນແລະຮ່ວມກັນກ້າວໄປຂ້າງໜ້າ.

ບັນດາທູຕານຸທູດກ່າວວ່າ: ເຂດໄຕ້ຫວັນ,ເຂດຊິ່ນຈ່ຽງລ້ວນແຕ່ແມ່ນພາກສ່ວນໜຶ່ງຂອງຈີນ, ວຽກງານພາຍໃນຂອງຈີນຈະບໍ່ສາມາດຖືກແຊກແຊງໄດ້ຢ່າງເດັດຂາດ. ບັນຫາສິດທິມະນຸດບໍ່ຄວນຫັນເປັນແບບການເມືອງ, ມາດຕະການປົກປ້ອງສິດທິທີ່ຊອບດ້ວຍກົດໝາຍຂອງຈີນຄວນໄດ້ຮັບການສະໜັບສະໜູນທີ່ເດັດດ່ຽວໜຽວແໜ້ນຈາກປະຊາຄົມໂລກ.