ທ່ານນາງ ອອງຊານຊູຈີ ອະດີດທີ່ປຶກສາແຫ່ງລັດມຽນມາ ຖືກລົງໂທດຕິດຄຸກ 6 ປີຍ້ອນຄະດີສໍ້ລາດບັງຫຼວງ 4 ຄະດີ

2022-08-16 15:19:53 cri

ວັນທີ 15 ສິງຫານີ້ຕາມເວລາທ້ອງຖິ່ນ, 4 ຄະດີສໍ້ລາດບັງຫຼວງຂອງທ່ານນາງ ອອງຊານຊູຈີ ອະດີດທີ່ປຶກສາແຫ່ງລັດມຽນມາ ໄດ້ປະກາດຜົນການຕັດສິນຢູ່ສານພິເສດໃນຄຸກເນປີດໍ. ສານປະກາດວ່າ ທ່ານນາງ ອອງຊານຊູຈີ ໄດ້ຕ້ອງໂທດສໍ້ລາດບັງຫຼວງ, ແລະຕັດສິນໃຫ້ທ່ານນາງຕິດຄຸກເປັນເວລາ 4 ປີ. ນັບມາຮອດປັດຈຸບັນ, ທ່ານນາງ ອອງຊານຊູຈີ  ໄດ້ຖືກຕັດສິນໃຫ້ຕິດຄຸກເປັນເວລາທັງໝົດ 17 ປີແລ້ວ.

ກ່ອນໜ້ານີ້, ທ່ານນາງ ອອງຊານຊູຈີ ໄດ້ຖືກຕັດສິນໃຫ້ຕິດຄຸກເປັນເວລາ 11 ປີ ຍ້ອນຕ້ອງໂທດ 6 ຄະດີ, ເຊັ່ນ: ການລະເມີດກົດໝາຍວ່າດ້ວຍການຄຸ້ມຄອງໄພທຳມະຊາດ, ກົດໝາຍວ່າດ້ວຍການຄຸ້ມຄອງຂາເຂົ້າຂາອອກ, ຮັບສິນບຸນຈາກອະດີດເຈົ້າຄອງນະຄອນຢາງກຸງແລະອື່ນໆ.


ປັດຈຸບັນ, ຄະດີຕ່າງໆ ເຊັ່ນ: ຄະດີເຊົ່າແລະຊື້ຍົນເຮລິກົບແຕຢ່າງຜິດກົດໝາຍ, ຄະດີເປີດເຜີຍຄວາມລັບຂອງລັດແລະອື່ນໆ ທີ່ກ່ຽວຂ້ອງກັບທ່ານນາງ ອອງຊານຊູຈີ ຍັງພວມສືບສວນສອບສວນຢູ່.