ປະຊາຊົນນະຄອນຫຼວງໂຕກຽວຍີ່ປຸ່ນຈັດການແຫ່ຂະບວນປະທ້ວງຄັດຄ້ານສົງຄາມ

2022-08-17 11:39:16 cri


ວັນທີ 15 ສິງຫາປີນີ້, ແມ່ນມື້ທີ່ຍີ່ປຸ່ນປະລາໄຊແລະປະກາດຍອມຈຳນົນໂດຍບໍ່ມີເງື່ອນໄຂໃນສົງຄາມໂລກຄັ້ງທີ 2 ຄົບຮອບ 77 ປີ. ໃນມື້ດຽວກັນ, ປະຊາຊົນຍີ່ປຸ່ນຈຳນວນຫຼວງຫຼາຍຈັດການແຫ່ຂະບວນປະທ້ວງຄັດຄ້ານສົງຄາມຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງໂຕກຽວ.


ຕອນບ່າຍວັນທີ 15 ສິງຫານີ້, ຜູ້ປະທ້ວງໄດ້ຮ້ອງຄຳຂວັນເພື່ອຄັດຄ້ານສົງຄາມ, ຄັດຄ້ານການດັດແກ້ລັດຖະທຳມະນູນສັນຕິພາບ ຢູ່ຕາມຖະໜົນຫົນທາງໃນນະຄອນຫຼວງໂຕກຽວ, ສະແດງຄວາມປາຖະໜາຢາກຮັກສາສັນຕິພາບ. ເຂົາເຈົ້າໄດ້ຊູປ້າຍຄຳຂວັນທີ່ໄດ້ຂຽນວ່າ: “ຄັດຄ້ານສົງຄາມ” “ຍຸບວັດຢາຊູຄູນີ” ແລະອື່ນໆ, ພ້ອມທັງຮ້ອງຄຳຂວັນດ້ວຍສຽງດັງໆວ່າ “ວັດຢາຊູຄູນີແມ່ນວັດສົງຄາມ”, ຮຽກຮ້ອງໃຫ້ປິດວັດຢາຊູຄູນີ, ແລະຄັດຄ້ານການໄປໄຫວ້ຢູ່ວັດຢາຊູຄູນີ.


ວັນທີ 15 ສິງຫານີ້, ໂຄສົກສະຖານທູດຈີນປະຈຳຍີ່ປຸ່ນປະກາດວ່າ, ຝ່າຍຈີນໄດ້ກ່າວເນັ້ນມາຫຼາຍເທື່ອແລ້ວວ່າ: ຍີ່ປຸ່ນຕ້ອງຖືປະຫວັດສາດເປັນແວ່ນແຍງ, ຮັບຮູ້ຢ່າງຖືກຕ້ອງແລະສຳຫຼວດຕົນເອງຢ່າງເລິກເຊິ່ງຕໍ່ປະຫວັດສາດຮຸກຮານຈີນແລະປະເທດອື່ນ, ຕັດສາຍພົວພັນກັບລັດທິນິຍົມການທະຫານຢ່າງເຖິງຖອງ, ຈຶ່ງສາມາດໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະເທດໃກ້ຄຽງຢູ່ອາຊີ ແລະປະຊາຄົມໂລກຢ່າງແທ້ຈິງ, ແລະຈຶ່ງສາມາດເດີນໄປສູ່ອະນາຄົດດ້ວຍທ່າທີຮັບຜິດຊອບທີ່ຕິດແທດຕົວຈິງ.