ທ່ານສີຈິ້ນຜິງເອົາໃຈໃສ່ສະພາບໄພນ້ຳຖ້ວມຂອງແຂວງລຽວນິງ ຮຽກຮ້ອງໃຫ້ຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນ

2022-08-17 16:07:30 CRI



ຕອນບ່າຍວັນທີ 16 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ລົງເຄື່ອນໄຫວສຳຫຼວດກວດກາສະພາບການປົວແປງສິ່ງແວດລ້ອມຂອງແມ່ນ້ຳສ້ຽວລິງ ແລະ ແມ່ນ້ຳນວູເອີຢູ່ນະຄອນຈິນໂຈ່ແຂວງລຽວນິງ. ທ່ານໄດ້ຮັບຟັງການລາຍງານສະພາບການປ້ອງກັນ ແລະ ກູ້ໄພນ້ຳຖ້ວມຂອງແຂວງລຽວນິງໃນປີນີ້, ທັງຮຽກຮ້ອງໃຫ້ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ກູ້ໄພທຸກຢ່າງໃຫ້ມີປະສິດທິຜົນຕົວຈິງ, ຈັດສັນປະຊາຊົນຜູ້ປະສົບໄພຢ່າງເໝາະສົມ, ຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນ, ວາງແຜນສ້າງສາຄືນໃໝ່ຫຼັງຈາກໄພທຳມະຊາດ, ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຟື້ນຟູການຜະລິດ ແລະ ການດຳລົງຊີວິດໃຫ້ເປັນປົກກະຕິໂດຍໄວ.