ທ່ານສີຈິ້ນຜິງສຳຫຼວດ ແລະ ຄົ້ນຄວ້າວຽກງານຢູ່ນະຄອນຈິນໂຈ່ແຂວງລຽວນິງ

2022-08-17 15:56:55 CRI


    ຕອນບ່າຍວັນທີ 16 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ສຳຫຼວດກວດກາວຽກງານຢູ່ຫໍພິພິທະພັນບັ້ນຮົບລຽວເສີນ, ສວນປ່າໄມ້ຕົ່ງຫູຢູ່ນະຄອນຈິນໂຈ່ແຂວງລຽວນິງ, ເພື່ອຫວນຄືນເຖິງປະຫວັດສາດຂອງສົງຄາມປົດປ່ອຍພາກຕາເວັນອອກສຽງເໜືອ ແລະ ຂະບວນການທີ່ໄດ້ຮັບໄຊຊະນະຂອງບັ້ນຮົບລຽວເສີນ, ຮັບຟັງການລາຍງານສະພາບວຽກງານປ້ອງກັນໄພນ້ຳຖ້ວມຂອງແຂວງລຽວນິງ, ການປົວແປງແລະອະນຸລັກສິ່ງແວດລ້ອມນິເວດຂອງທ້ອງຖິ່ນ, ທັງໄດ້ໃຫ້ຄຳຊີ້ນຳອັນສຳຄັນກ່ຽວກັບວຽກງານປ້ອງກັນໄພນ້ຳຖ້ວມ ແລະ ຍົກລະດັບຄວາມສາມາດດ້ານການປ້ອງກັນໄພທຳມະຊາດ.