ລັດຖະມົນຕີການຕ່າງປະເທດກາຊັກສະຖານຢ້ຽມຢາມສິງກະໂປເປັນຄັ້ງທຳອິດໂດຍໄດ້ກ່າວວ່າ: ສອງປະເທດມີຫຼັກໝັ້ນທີ່ຄ້າຍຄືກັນຕໍ່ບັນຫາສາກົນທີ່ສຳຄັນ

2022-08-17 14:52:26 cri


ວັນທີ 16 ສິງຫານີ້, ກະຊວງການຕ່າງປະເທດກາຊັກສະຖານໃຫ້ຮູ້ວ່າ, ທ່ານມຸກຕາ ເຕຣອຸເບີດີ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານໄດ້ດຳເນີນການຢ້ຽມຢາມສິງກະໂປຢ່າງເປັນທາງການເປັນຄັ້ງທຳອິດ ແລະເຈລະຈາກັບທ່ານວິວຽນ ບາລາຄຣີສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ. ທ່ານ ເຕຣອຸເບີດີ ຊີ້ອອກວ່າ, ນັບແຕ່ສ້າງສາຍພົວພັນທາງການທູດເປັນຕົ້ນມາ, ສອງປະເທດໄດ້ມີການສົນທະນາດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ກັນແລະການພົວພັນດ້ານເສດຖະກິດວັດທະນະທຳພ້ອມທັງມີຫຼັກໝັ້ນທີ່ຄ້າຍຄືກັນຕໍ່ບັນຫາສາກົນທີ່ສຳຄັນ.


ຂ່າວແຈ້ງໃຫ້ຮູ້ຕື່ມວ່າ, ສອງຝ່າຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ການລົງທຶນແລະເສດຖະກິດການຄ້າ, ການຂົນສົ່ງແລະຄົມມະນາຄົມ, ວັດທະນະທຳ, ມະນຸດສະທຳແລະອື່ນໆ, ແລະໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ເປັນຈຸດສຸມໃນສາກົນ.