ງານກິລາຄົນພິການອາຊີຮາງໂຈວຈະຈັດຂຶ້ນໃນເດືອນຕຸລາປີ 2023

2022-08-18 14:53:37 CRI

 

ຕາມຂ່າວCRI: ວັນທີ 17 ສິງຫານີ້, ເວັບໄຊທາງການຂອງງານກິລາຄົນພິການອາຊີປີ 2022 ຮາງໂຈວໄດ້ປະກາດແຈ້ງການວ່າ: ຜ່ານການປຶກສາຫາລືຢ່າງເປັນເອກະສັນກັນຈາກຝ່າຍຕ່າງໆທີ່ກ່ຽວຂ້ອງ. ແລະໄດ້ຮັບອະນຸຍາດຈາກຄະນະກຳມະການໂອລິມປິກຄົນພິການອາຊີ, ງານກິລາຄົນພິການອາຊີຄັ້ງທີ 4 ປີ 2022 ຮາງໂຈວຈະຈັດຂຶ້ນລະຫວ່າງ 22 ຫາວັນທີ 28 ຕຸລາປີ 2023.

 

ເນື້ອໃນແຈ້ງການລະບຸວ່າ: ຄະນະກຳມະການຈັດຕັ້ງງານກິລາຄົນພິການອາຊີຮາງໂຈວພາຍໃຕ້ການຊີ້ນຳຂອງຄະນະກຳມະການໂອລິມປິກຄົນພິການອາຊີແລະຄະນະກຳມະການໂອລິມປິກຄົນພິການຈີນ, ຈະພະຍາຍາມຮ່ວມກັນກັບຝ່າຍຕ່າງໆທີ່ກ່ຽວຂ້ອງ, ເຮັດວຽກງານກະກຽມຈັດງານຢ່າງຮອບດ້ານຕາມເວລາທີ່ກຳນົດໄວ້, ປະຕິບັດຕາມຄຳຂວັນປະຈຳການແຂ່ງຂັນທີ່ວ່າ: ສະຫວ່າງສະໄຫວ, ກົມກຽວກັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊົມໃຊ້ຮ່ວມກັນຢ່າງເລິກເຊິ່ງ, ເພື່ອຈັດງານມະຫະກຳກິລາທີ່ດີເລີດອີກຄັ້ງໜຶ່ງ.