ອິສຣາແອນປະກາດຟື້ນຟູການພົວພັນທາງການທູດກັບຕູຣາເຄຍ

2022-08-18 15:07:54 cri


ວັນທີ 17 ສິງຫານີ້, ຫ້ອງການນາຍົກລັດຖະມົນຕີອິສຣາແອນອອກຖະແຫຼງການວ່າ, ໂດຍຜ່ານການແລກປ່ຽນລະຫວ່າງທ່ານເຢຍ ລາພີດ ນາຍົກລັດຖະມົນຕີອິສຣາແອນ ກັບທ່ານເຣເຊບ ຕາຢິບ ເອີໂດການ ປະທານາທິບໍດີຕູຣາເຄຍ ແລະທ່ານເມຟລຸດ ຄາວູໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕູຣາເຄຍ, ສອງປະເທດຕົກລົງຟື້ນຟູການພົວພັນທາງການທູດຢ່າງເປັນທາງການ, ສອງຝ່າຍຈະສົ່ງເອກອັກຄະລັດຖະທູດແລະກົງສູນໄປປະຈຳຢູ່ປະເທດຂອງກັນແລະກັນຄືນໃໝ່.


ວັນທີ 17 ສິງຫານີ້, ຢູ່ນະຄອນຫຼວງອັງກາລາ, ໃນເວລາຈັດກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານ ຄູລູບາເອັຟ ຊີນເບັກ ລັດຖະມົນຕີກະຊວງການຕ່າງປະເທດກຽກກິດສະຖານທີ່ໄປຢ້ຽມຢາມຕູຣາເຄຍ, ທ່ານ ຄາວູໂຊກລູ ໄດ້ຢືນຢັນວ່າ: ຕູຣາເຄຍໄດ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດໄປປະຈຳຢູ່ອິສຣາແອນແລ້ວ.