ທ່ານວາງຢີ້ຈະເປັນປະທານກອງປະຊຸມຜູ້ປະສານງານການຜັນຂະຫຍາຍຜົນຂອງກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ

2022-08-18 11:30:30 CRI


     ວັນທີ 17 ສິງຫາປີ 2022 ນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ພາຍໃຕ້ຂໍ້ລິເລີ່ມຂອງຈີນແລະເຊເນການທີ່ເປັນປະເທດປະທານຮ່ວມຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ, ກອງປະຊຸມຜູ້ປະສານງານການຜັນຂະຫຍາຍຜົນຂອງກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາຈະຈັດຂຶ້ນໃນວັນທີ 18 ສິງຫານີ້ຜ່ານທາງວິດີໂອ. ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ, ຜູ້ຕາງໜ້າຈາກບັນດາປະເທດສະມາຊິກຄະນະບໍລິຫານງານກອງປະຊຸມສຸດຍອດສະຫະພາບອາຟຣິກາເຊັ່ນ: ເຊເນການ, ສາທາລະນະລັດປະຊາທິປະໄຕກົງໂກ, ລີບີ, ອັງໂກລາ ແລະຜູ້ຕາງໜ້າຂັ້ນລັດຖະມົນຕີຈາກບັນດາປະເທດປະທານຮ່ວມຝ່າຍອາຟຣິກາຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາໃນປີຜ່ານມາເຊັ່ນ: ເອຕີໂອປີ, ເອຢິບ, ອາຟຣິກາໃຕ້ ພ້ອມດ້ວຍຜູ້ຕາງໜ້າຈາກຄະນະກຳມະການສະຫະພາບອາຟຣິກາຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.