ຈີນແລະອຸສເບກິດສະຖານຈະຈັດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານສອງປະເທດ

2022-08-18 14:55:32 CRI

 

ຕາມຂ່າວCRI: ວັນທີ 17 ສິງຫານີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ຜ່ານການປຶກສາຫາລືແລະກຳນົດໂດຍຈີນແລະອຸສເບກິດສະຖານ, ສອງຝ່າຍແຈ້ງໃຫ້ຮູ້ວ່າ: ທ່ານກົວເຊິ່ງຄຸ່ນ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ເລຂາທິການຄະນະກຳມະການການເມືອງແລະກົດໝາຍສູນກາງ, ປະທານຝ່າຍຈີນຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານຈີນ-ອຸສເບກິດສະຖານກັບທ່ານອັບດູນລາ ອາຣີໂພຟ, ນາຍົກລັດຖະມົນຕີອຸສເບກິດສະຖານ, ປະທານຝ່າຍອຸສເບກິດສະຖານຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານອຸສເບກິດສະຖານ-ຈີນຈະເປັນເຈົ້າພາບຮ່ວມຈັດກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານສອງປະເທດຜ່ານທາງອອນລາຍ.