ອະດີດຜູ້ບໍລິຫານຂັ້ນສູງຂອງກຸ່ມທຣຳຍອມຮັບວ່າໄດ້ໜີພາສີ

2022-08-19 15:08:28 cri


ວັນທີ 18 ສິງຫານີ້, ທ່ານອາເລນ ເວເຊວເບີກ, ອະດີດຫົວໜ້າຜູ້ວ່າການດ້ານການເງິນຂອງກຸ່ມທີ່ຂຶ້ນກັບ ທ່ານ ໂດນັນ ທຣຳ ອະດີດປະທານາທິບໍດີອາເມຣິກາ ໄດ້ຍອມຮັບຕໍ່ການກ່າວຟ້ອງ 15 ຂໍ້ ລວມທັງການຫຼົບໜີພາສີທີ່ຜິດທາງອາຍາ, ສ້າງເລື່ອງການບັນທຶກທຸລະກິດການຄ້າແລະອື່ນໆ ຢູ່ສານແຫ່ງໜຶ່ງທີ່ຕັ້ງຢູ່ລັດນິວຢິວຢອກອາເມຣິກາ.


ອີງຕາມສັນຍາຮັບຮອງໂທດ ທີ່ທ່ານ ເວເຊວເບີກ ໄດ້ເຊັນກັບຫ້ອງການໄອຍະການເຂດແມນຮັດຕັນລັດນິວຢອກລະບຸວ່າ: ທ່ານ ເວເຊວເບີກຕ້ອງຈ່າຍພາສີ, ເງິນປັບໃໝແລະດອກເບ້ຍ ລວມທັງໝົດເກືອບ 2 ລ້ານໂດລາສະຫະລັດ, ທ່ານຈະຕິດຄຸກເປັນເວລາ 5 ເດືອນແລະຖືກຕິດຕາມຄວບຄຸມຢູ່ນອກຄຸກເປັນເວລາ 5 ປີ. ນອກນີ້, ທ່ານ ເວເຊວເບີກ ຍັງຕ້ອງເປັນພະຍານໃນການຕັດສິນຄະດີຫຼົບໜີພາສີຂອງກຸ່ມທຣຳຕື່ມອີກ.