ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້ ຍອດປະລິມານການຜະລິດນ້ຳມັນແລະອາຍແກັສຂອງຈີນໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ

2022-08-19 12:03:04 CRI


     ວັນທີ 18 ສິງຫາປີ 2022 ນີ້, ກົມພະລັງງານແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດປະລິມານການຜະລິດນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຂອງຈີນໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ, ເຊິ່ງໄດ້ຮັບປະກັນການພັດທະນາດ້ານເສດຖະກິດສັງຄົມແລະຄວາມຕ້ອງການໃນຊີວິດການເປັນຢູ່ຂອງປະຊາຊົນຢ່າງແຂງແຮງ.


     ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງກົມພະລັງງານແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ປະລິມານການຜະລິດນ້ຳມັນເຊື້ອໄຟພາຍໃນປະເທດຈີນມີເຖິງ 120 ລ້ານໂຕນ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ປະລິມານການຜະລິດອາຍແກັສທຳມະຊາດມີເຖິງ  126,7 ຕື້ແມັດກ້ອນ, ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຂຸດຄົ້ນນ້ຳມັນແລະອາຍແກັສທາງບົກແລະທາງທະເລລ້ວນແຕ່ມີຄວາມຄືບໜ້າໃໝ່, ນ້ຳມັນເຊື້ອໄຟທີ່ຂຸດຄົ້ນຈາກຊັ້ນຫີນໃຕ້ດິນແລະທະເລ, ພ້ອມທັງອາຍແກັສທຳມະຊາດທີ່ຂຸດຄົ້ນຈາກທະເລລ້ວນແຕ່ມີປະລິມານເພີ່ມຂຶ້ນຫຼາຍ, ນ້ຳມັນເຊື້ອໄຟຈາກຊັ້ນຫີນໃຕ້ດິນເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ນ້ຳມັນເຊື້ອໄຟຈາກທະເລເພີ່ມຂຶ້ນ 7,9% ແລະອາຍແກັສທຳມະຊາດຈາກທະເລເພີ່ມຂຶ້ນ 13,6%, ເຊິ່ງໄດ້ສະແດງໃຫ້ເຫັນເຖິງກຳລັງແຮງບົ່ມຊ້ອນອັນສຳຄັນຂອງການພັດທະນາແບບຍືນຍົງດ້ານນ້ຳມັນແລະອາຍແກັສຂອງຈີນໃນອະນາຄົດ.