ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ເດັດດ່ຽວຄັດຄ້ານອາເມຣິກາປຶກສາຫາລືກັບເຂດໄຕ້ຫວັນຈີນກ່ຽວກັບສັນຍາໃດໆທີ່ມີເນື້ອໃນອະທິປະໄຕຫຼືມີລັກສະນະທາງການ

2022-08-19 11:58:18 CRI


     ວັນທີ 18 ສິງຫາປີ 2022 ນີ້, ທ່ານມາສຽວກວ່າງ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວໃນເວລາຕອບຄຳຖາມຂອງນັກຂ່າວວ່າ: ຈີນເດັດດ່ຽວຄັດຄ້ານອາເມຣິກາປຶກສາຫາລືກັບເຂດໄຕ້ຫວັນຈີນກ່ຽວກັບສັນຍາໃດໆທີ່ມີເນື້ອໃນອະທິປະໄຕຫຼືມີລັກສະນະທາງການ.


     ມີນັກຂ່າວຖາມວ່າ: ຕາມຂ່າວແຈ້ງໃຫ້ຮູ້ວ່າ: ອາເມຣິກາກັບເຂດໄຕ້ຫວັນຈີນຈະເລີ່ມດຳເນີນການເຈລະຈາກ່ຽວກັບອັນທີ່ວ່າ ຂໍ້ລິເລີ່ມດ້ານການຄ້າໃນສັດຕະວັດທີ 21 ລະຫວ່າງອາເມຣິກາກັບໄຕ້ຫວັນ. ຈີນວິເຄາະແນວໃດຕໍ່ກັບເລື່ອງນີ້? ທ່ານມາສຽວກວ່າງໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມນີ້.


     ທ່ານມາສຽວກວ່າງກ່າວຕື່ມວ່າ: ພວກເຮົາເຕືອນໃຫ້ອາເມຣິກາເຄົາລົບແລະປະຕິບັດຕາມຫຼັກການປະເທດຈີນດຽວແລະຂໍ້ກຳນົດໃນຖະແຫຼງການຮ່ວມສາມສະບັບລະຫວ່າງຈີນ-ອາເມຣິກາດ້ວຍການກະທຳຕົວຈິງ. ການທີ່ມີເຈດຕະນາເອົາບັນຫາໄຕ້ຫວັນເປັນຂໍ້ອ້າງ, ສະກັດກັ້ນຂະບວນການໂຮມຈີນເປັນເອກະພາບກັນແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນນັ້ນ, ຈະປະລາໄຊຢ່າງແນ່ນອນ.


     ທ່ານມາສຽວກວ່າງຍັງກ່າວຕື່ມວ່າ: ຂໍຕັກເຕືອນເຈົ້າໜ້າທີ່ພັກມີນຈີ້ນວ່າ, ການກະທຳຊົ່ວຮ້າຍທີ່ເອົາການຮ່ວມມືດ້ານເສດຖະກິດການຄ້າເປັນສາກບັງໜ້າ, ພົວພັນກັບອິດທິກຳລັງພາຍນອກ, ຂາຍຜົນປະໂຫຍດຂອງປະຊາຊົນພາຍໃນເກາະໄຕ້ຫວັນເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງການເມືອງຂອງຕົນນັ້ນ ຍ່ອມຈະຖືກລົງໂທດໃນທີ່ສຸດ.