“ຂໍ້ລິເລີ່ມກ່ຽວກັບການຂົນສົ່ງສະບຽງອາຫານຂອງອູແກຣນ” ໄດ້ປະສົບຜົນສຳເລັດແລ້ວ

2022-08-20 15:14:22 cri

ວັນທີ 19 ສິງຫານີ້, ທ່ານອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ກຳລັງຢ້ຽມຢາມນະຄອນໂອເດຊາ ປະເທດອູແກຣນນັ້ນ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສະຖານີວິທະຍຸ ແລະໂທລະພາບສູນກາງຈີນ ໂດຍໄດ້ຕອບຄຳຖາມກ່ຽວກັບວຽກງງານການຂົນສົ່ງສະບຽງອາຫານຂອງອູແກຣນ.

ທ່ານອັນໂຕນີໂອ ກູເຕີເຣສ ກ່າວວ່າ: “ຂໍ້ລິເລີ່ມກ່ຽວກັບການຂົນສົ່ງສະບຽງອາຫານຂອງອູແກຣນດ້ວຍຄວາມປອດໄພ” ໄດ້ປະສົບຜົນສຳເລັດໃນການລະງັບຄາລາຂອງສະບຽງອາຫານໃນທົ່ວໂລກແລ້ວ, ແຕ່ຍັງມີວຽກງານຈຳນວນໜຶ່ງຕ້ອງການຄວາມພະຍາຍາມ ໂດຍສະເພາະແມ່ນປະເທດທີ່ກຳລັງພັດທະນາຕ້ອງການການຊ່ວຍເຫຼືອ ແລະສະໜັບສະໜູນຢ່າງຫຼວງຫຼາຍ ເພື່ອສ້າງເງື່ອນໄຂໃຫ້ກັບປະເທດເຫຼົ່ານີ້ໃນການຊື້ສະບຽງອາຫານ.

ຕາມຂ່າວແຈ້ງວ່າ: ປັດຈຸບັນ ມີກຳປັ່ນຂົນສົ່ງສະບຽງອາຫານ 21 ລຳໄດ້ເດີນທາງອອກຈາກອູແກຣນແລ້ວ. ດັດຊະນີລາຄາອາຫານຂອງອົງການອາຫານ ແລະກະສິກຳຂອງສະຫະປະຊາຊາດໃນເດືອນກໍລະກົດຜ່ານມານີ້ ໄດ້ຫຼຸດລົງ 9% ເຊິ່ງເປັນການຫຼຸດລົງຫຼາຍທີ່ສຸດນັບແຕ່ປີ 2008 ເປັນຕົ້ນມາ.