ການແຂ່ງຂັນບານເຕະຊີງແຊ້ມໂລກກາຕາໄດ້ຂາຍປີ້ຈຳນວນ 2.450.000 ໃບແລ້ວ

2022-08-20 15:11:36 cri

ວັນທີ 19 ສິງຫານີ້, ສະຫະພັນບານເຕະສາກົນໄດ້ປະກາດແຈ້ງການຜ່ານທາງເວັບໄຊທາງການຂອງຕົນວ່າ, ການແຂ່ງຂັນບານເຕະຊີງແຊ້ມໂລກກາຕາປີ 2022 ໄດ້ຂາຍປີ້ຈຳນວນ 2.450.000 ໃບແລ້ວ, ບ່ອນຊື້ປີ້ຮອບສຸດທ້າຍຈະປະກາດໃນທ້າຍເດືອນກັນຍາໜ້ານີ້.


ໃນປະກາດແຈ້ງການຍັງຂຽນວ່າ, ປັດຈຸບັນ, ເຂດອາຣັບ, ເອີຣົບແລະອາເມຣິກາມີຄວາມຕ້ອງການຫຼາຍຕໍ່ປີ້ເຂົ້າຊົມການແຂ່ງຂັນດັ່ງກ່າວ. ສ່ວນປີ້ເຂົ້າຊົມທີ່ໄດ້ຂາຍອອກໄປແລ້ວນັ້ນ, ແຟນບານເຕະຈາກກາຕາທີ່ເປັນເຈົ້າພາບຈັດການແຂ່ງຂັນ, ອາເມຣິກາ, ອັງກິດ, ອາຣາບີຊາວຸດິດ ໄດ້ຄອງປີ້ເຂົ້າຊົມນຳໜ້າໝູ່.


ການແຂ່ງຂັນບານເຕະຊີງແຊ້ມໂລກກາຕາປີ 2022 ຈະເລີ່ມຈັດຂຶ້ນໃນວັນທີ 20 ພະຈິກປີນີ້, ການແຂ່ງຂັນຮອບຊີງຊະນະເລີດຕົກລົງຈະຈັດຂຶ້ນໃນວັນທີ 18 ທັນວາປີນີ້.