ທ່ານວະລາດິເມຍ ປູຕິນຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍ

2022-08-21 15:16:53 CRI

ຫວ່າງມໍ່ໆມານີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວວ່າ: ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຈະໄປເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ຈະຈັດຂຶ້ນຢູ່ເກາະບາຫຼີປະເທດຕົນໃນເດືອນພະຈິກປີນີ້. ທ່ານຍັງກ່າວຕື່ມວ່າ: “ທ່ານປະທານາທິບໍດີປູຕິນໄດ້ບອກຂ້າພະເຈົ້າແລ້ວວ່າຈະມາແນ່ນອນ”, ທ່ານສີຈິ້ນຜິງ ປະທານປະເທດຈີນກໍຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ເຊັ່ນກັນ.

ກົມການຂ່າວວັງແກລມແລັງຣັດເຊຍແຈ້ງຂ່າວວ່າ, ວັນທີ 18 ສິງຫານີ້, ທ່ານວະລາດິເມຍ ປູຕິນ ໄດ້ໂທລະສັບສົນທະນາກັບທ່ານໂຈໂກ ວິໂດໂດ ໂດຍໄດ້ປຶສາຫາລືບັນຫາຄວາມປອດໄພດ້ານທັນຍາຫານ. ນອກນີ້ຍັງໄດ້ສົນທະນາກັນກ່ຽວກັບວຽກງານກະກຽມກອງປະຊຸມ G20 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍໃນເດືອນພະຈິກປີນີ້. ກ່ອນໜ້ານີ້, ທ່ານຢູຣີ ອູຊາຄົ ຜູ້ຊ່ວຍປະທານາທິບໍດີຣັດເຊຍກ່າວວ່າ: ຣັດເຊຍຈະຕົກລົງຮູບແບບການເຂົ້າຮ່ວມກອງປະຊຸມສຸດຍອດ G20 ຂອງປະເທດຕົນ ກ່ອນການອອກເດີນທາງ.