ປະທານາທິບໍດີອູແກຣນກ່າວວ່າ: ຖ້າຣັດເຊຍໄຕ່ສວນຊະເລີຍເສິກອູແກຣນ, ສອງປະເທດຈະບໍ່ມີຄວາມອາດເປັນໄປໄດ້ອີກໃນການເຈລະຈາ

2022-08-22 10:25:17 cri

ຕາມສຳນັກຂ່າວສານທີ່ເປັນເອກະລາດຂອງອູແກຣນລາຍງານວ່າ: ວັນທີ 21 ສິງຫານີ້, ທ່ານ ໂວໂລດີເມຍ ເຊເລັນສະກີ ປະທານາທິບໍດີອູແກຣນກ່າວວ່າ: ຖ້າຣັດເຊຍໄຕ່ສວນຊະເລີຍເສິກອູແກຣນທີ່ຍອມຈຳນົນຢູ່ມາຣີອູໂປ, ຈະເປັນການຕັດຂາດເສັ້ນທາງເຈລະຈາໃຫ້ຝ່າຍຣັດເຊຍເອງ, ສອງປະເທດຈະບໍ່ມີຄວາມອາດເປັນໄປໄດ້ອີກທີ່ຈະຈັດການເຈລະຈາໃດໆ.

ໜັງສືພິມ “ຣັດເຊຍ” ສະບັບວັນທີ 22 ສິງຫານີ້ ໄດ້ຍົກເອົາຄວາມເວົ້າຂອງທ່ານ ເກນນາດີ ກາທີລົຟ ຜູ້ຕາງໜ້າຖາວອນຂອງຣັດເຊຍປະຈຳນະຄອນເຊີແນວຂອງສະວິດສ ມາລາຍງານວ່າ: ປັດຈຸບັນ ບໍ່ມີເວທີໃດໆສຳລັບປະທານາທິບໍດີຣັດເຊຍ ແລະ ອູແກຣນຈັດການພົບປະກັນ. ທ່ານກ່າວຕື່ມວ່າ, ເມື່ອການປະທະກັນລະຫວ່າງສອງຝ່າຍຍິ່ງດຸເດືອດຂຶ້ນ, ການແກ້ໄຂບັນຫາຜ່ານວິທີທາງການທູດ ກໍຍິ່ງຈະຍາກຂຶ້ນ. ທ່ານ ກາທີລົຟ ຍັງຮຽກຮ້ອງໃຫ້ອົງການສະຫະປະຊາຊາດເຂົ້າຮ່ວມການໄກ່ເກ່ຍການປະທະກັນຢ່າງຕັ້ງໜ້າ.