ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2

2022-08-23 15:41:55 cri

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ສະບາຍດີທ່ານຜູ້ຟັງທີ່ຮັກແພງ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ “ເປີດປະຕູສູ່ເມືອງຈີນ.” ຫວ່າງມໍ່ໆມານີ້, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນໄຫໂຂວ ແຂວງໄຫຫຼຳປະເທດຈີນ ເຊິ່ງເປັນການສ້າງເວທີສຳຄັນໃຫ້ແກ່ປະເທດຕ່າງໆໃນການເປີດກວ້າງການຄ້າ, ເພີ່ມທະວີການຮ່ວມມື ແລະ ຊຸກຍູ້ການພັດທະນາ. ໃນລາຍການມື້ນີ້, ພວກເຮົາຈະຮ່ວມກັນໄປຮູ້ຈັກກັບງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2. ເລີ່ມຕົ້ນລາຍການ, ໃຫ້ພວກເຮົາມາຟັງເພງມ່ວນໆນຳກັນເພງໜຶ່ງກ່ອນ, ແລ້ວຄ່ອຍກ້າວເຂົ້າສູ່ເລື່ອງລາວຂອງລາຍການໃນມື້ນີ້.

ບຸກຄົນຕ່າງປະເທດຫວັງວ່າງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຈະສ້າງໂອກາດໃຫ້ແກ່ຝ່າຍຕ່າງໆໃນການເຮັດທຸລະກິດ

ວັນທີ 25 ກໍລະກົດ 2022, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນໄຫໂຂວແຂວງໄຫຫຼຳປະເທດຈີນ. ບຸກຄົນຕ່າງປະເທດເຫັນວ່າ ຈີນຈັດງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນໄດ້ຢ່າງສຳເລັດຜົນ, ມີຜົນດີຕໍ່ການຊຸກຍູ້ການຄ້າດ້ານເຄື່ອງອຸປະໂພກ-ບໍລິໂພກຂອງໂລກໃຫ້ເຕີບໂຕຂຶ້ນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຕົວຄືນໃໝ່ ແລະເພີ່ມຄວາມໝັ້ນໃຈໃນຕະຫຼາດ, ເຮັດໃຫ້ວິສາຫະກິດຂອງປະເທດຕ່າງໆໃນໂລກສາມາດແບ່ງປັນໂອກາດໃນການພັດທະນາ ໂດຍຜ່ານຕະຫຼາດຈີນ.

ໃນຖານະເປັນປະເທດກິດຕິມະສັກຂອງງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2, ປະເທດຝຣັ່ງມີວິສາຫະກິດເຂົ້າຮ່ວມງານວາງສະແດງຄັ້ງນີ້  50 ກວ່າແຫ່ງ, ມີຜະລິດຕະພັນທີ່ເຂົ້າຮ່ວມງານວາງສະແດງເກືອບ 250 ຍີ່ຫໍ້, ກາຍເປັນປະເທດທີ່ມີຍີ່ຫໍ້ເຂົ້າຮ່ວມງານວາງສະແດງຫຼາຍທີ່ສຸດຮອງຈາກປະເທດຈີນ. ວັນທີ 26 ກໍລະກົດ, ຫໍວາງສະແດງແຫ່ງຊາດຂອງຝຣັ່ງໄດ້ເປີດບໍລິການຢ່າງເປັນທາງການ ເຊິ່ງໄດ້ວາງສະແດງຜະລິດຕະພັນຂອງຝຣັ່ງໃນຂົງເຂດແຟຊັນ, ຜະລິດຕະພັນເຄື່ອງສຳອາງ, ອາຫານ, ການບໍລິການແລະຂົງເຂດອື່ນໆ, ໄດ້ສະແດງໃຫ້ເຫັນເຖິງວິຖີຊີວິດ ແລະສິລະປະທີ່ມີເອກະລັກຂອງຝຣັ່ງ, ມີວິສາຫະກິດຝຣັ່ງທີ່ມີຊື່ສຽງ 14 ແຫ່ງໄດ້ນຳເອົາສິນຄ້າທີ່ມີຊື່ສຽງຂອງຕົນໄປວາງສະແດງຢູ່ຫໍວາງສະແດງແຫ່ງຊາດຂອງຝຣັ່ງ. ນອກຈາກຫໍວາງສະແດງແຫ່ງຊາດຂອງຝຣັ່ງແລ້ວ, ເຂົ້າຮ່ວມງານວາງສະແດງຄັ້ງນີ້ຂອງບໍລິສັດຝຣັ່ງຍັງມີອີກ 50 ກວ່າແຫ່ງ ເຊິ່ງໄດ້ນຳເອົາຜະລິດຕະພັນຕ່າງໆ 240 ກວ່າຍີ່ຫໍ້ໄປວາງສະແດງ.

ທ່ານ Fabrice Megarbane, ປະທານກຸ່ມບໍລິສັດ L’ORÉAL ສາຂາອາຊີເໜືອທັງເປັນຜູ້ອຳນວຍການສາຂາປະເທດຈີນກ່າວວ່າ: ການຈັດງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນແມ່ນສັນຍານທີ່ຈີນຈະເປີດຕະຫຼາດສູ່ພາຍນອກຢ່າງກວ້າງຂວາງຕື່ມອີກ, ເວທີນີ້ຈະປົດປ່ອຍກຳລັງບົ່ມຊ້ອນດ້ານການບໍລິໂພກຂອງຕະຫຼາດຈີນຕື່ມອີກ ເຊິ່ງມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການບໍລິໂພກ.

ບໍລິສັດວິທະຍາສາດເຕັກໂນໂລຊີຊີວະພາບທຳມະຊາດອົສຕຣາລີຈຳກັດ(Australia Natural Biotechnology Pty Ltd) ຫຼື ANB ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ງານວາງສະແດງຂອງປະເທດຈີນອື່ນໆເລື້ອຍໆ, ເທື່ອນີ້, ບໍລິສັດດັ່ງກ່າວກໍໄດ້ນຳເຂົ້າຜະລິດຕະພັນໃໝ່ມາເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກຄັ້ງນີ້ອີກ. ທ່ານພັນປັ່ງຈ້າວ ຜູ້ອຳນວຍການໃຫຍ່ຂອງບໍລິສັດ ANB ກ່າວວ່າ: ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກແມ່ນໂອກາດທີ່ດີທີ່ວິສາຫະກິດຂອງປະເທດຕ່າງໆໄດ້ຫຍັບເຂົ້າໃກ້ຕະຫຼາດຈີນຫຼາຍຂຶ້ນ, ຄຽງຄູ່ກັບນະໂຍບາຍຊຸກຍູ້ການບໍລິໂພກຕ່າງໆຂອງປະເທດຈີນໄດ້ປະຕິບັດຕົວຈິງເປັນກ້າວໆ, ເຮັດໃຫ້ນັກທະລຸກິດທັງຫຼາຍມີຄວາມຫວັງຕໍ່ທ່າອຽງການຟື້ນຕົວຄືນໃໝ່ຂອງຕະຫຼາດບໍລິໂພກຂອງຈີນ. ບໍລິສັດຕົນຫວັງວ່າຜ່ານຈາກງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນທີ່ມີຂະໜາດໃຫຍ່, ເຮັດໃຫ້ຜູ້ບໍລິໂພກແລະຄູ່ການຄ້າບົ່ມຊ້ອນຈຳນວນຫຼາຍກວ່າເກົ່າສາມາດສຳຜັດກັບຜະລິດຕະພັນຂອງບໍລິສັດຕົນ.

ບັນດາປະເທດສະມາຊິກ RCEP ມີຄວາມກະຕືລືລົ້ນຢ່າງສູງໃນການເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນ

ປີນີ້ແມ່ນປີທຳອິດຂອງການມີຜົນສັກສິດແລະຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP. ໃນງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2, ປະເທດສະມາຊິກ RCEP ມີຄວາມກະຕືລືລົ້ນຢ່າງສູງໃນການເຂົ້າຮ່ວມງານວາງສະແດງດັ່ງກ່າວ ເພື່ອຕັ້ງໜ້າພັດທະນາໂອກາດໃໝ່ໃນຂົງເຂດການຄ້າ, ການລົງທຶນແລະຂົງເຂດອື່ນໆ. ປະເທດສະມາຊິກ RCEP ເຊັ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ມາເລເຊຍແລະປະເທດອື່ນໆ, ໄດ້ກວມເນື້ອທີ່ວາງສະແດງຫຼາຍກວ່າ 5.000 ຕາແມັດ, ເມື່ອທຽບໃສ່ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທຳອິດແລ້ວໄດ້ເພີ່ມຂຶ້ນເກືອບ 20%. ໃນນັ້ນ, ຍີ່ປຸ່ນມີວິສາຫະກິດ 31 ແຫ່ງເຂົ້າຮ່ວມ, ເນື້ອທີ່ວາງສະແດງຈາກ 2000 ຕາແມັດໃນງານວາງສະແດງຄັ້ງທຳອິດເພີ່ມຂຶ້ນເປັນ 3.000 ກວ່າຕາແມັດໃນງານວາງສະແດງຄັ້ງນີ້, ກາຍເປັນປະເທດສະມາຊິກ RCEP ທີ່ມີເນື້ອທີ່ວາງສະແດງກວ້າງທີ່ສຸດນອກຈາກປະເທດຈີນ.

ຫໍວາງສະແດງແຫ່ງຊາດຂອງຍີ່ປຸ່ນທີ່ອົງການພັດທະນາການຄ້າຍີ່ປຸ່ນເປັນຜູ້ອອກແບບກໍ່ສ້າງນັ້ນ, ມີເນື້ອທີ່ເພີ່ມຂຶ້ນ 1.5 ເທົ່າເມື່ອທຽບໃສ່ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທຳອິດ. ພິເສດ ປີນີ້ຍັງໄດ້ເພີ່ມເຂດວາງສະແດງເຫຼົ້າຍີ່ປຸ່ນໂດຍສະເພາະອີກ.

ທ່ານ ອາກີບະ ຕາກາມາຊຸ (Akiba Takamatsu), ຜູ້ຕາງໜ້າຂອງສຳນັກງານອົງການພັດທະນາການຄ້າຍີ່ປຸ່ນປະຈຳນະຄອນກວາງໂຈ່ວ ແຂວງກວາງຕຸ້ງຈີນກ່າວວ່າ: ເຫຼົ້າຍີ່ປຸ່ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຢູ່ປະເທດຈີນ, ພາຍຫຼັງ RCEP ມີຜົນບັງຄັບໃຊ້ແລ້ວ, ອັດຕາພາສີໄດ້ຫຼຸດລົງໃນແຕ່ລະປີ, ແລະນະໂຍບາຍຍົກເວັ້ນພາສີຂອງເຂດການຄ້າເສລີໄຫຫຼຳ ຈະສ້າງໂອກາດພັດທະນາໃຫຍ່ກວ່າເກົ່າ, ວິສາຫະກິດຍີ່ປຸ່ນຕ່າງກໍມີຄວາມປາດຖະໜາຢ່າງສູງ. ເພື່ອໄດ້ຜົນປະໂຫຍດຈາກບູລິມະສິດດ້ານພາສີໃຫ້ໄດ້ຫຼາຍກວ່າເກົ່າ, ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງຂອງປະເທດສະມາຊິກ RCEP ຈຳນວນບໍ່ໜ້ອຍຕ່າງກໍກ່າວວ່າ: ຕົນພວມຄົ້ນຄວ້າກົດການສະສົມຖິ່ນກຳເນີດສິນຄ້າ ຂອງ RCEP, ພ້ອມກັນນັ້ນໄດ້ວາງແຜນປັບປຸງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງໃນພາກພື້ນຕາມຄວາມຕ້ອງການໃນທຸກເວລາ.

ເນື່ອງຈາກວ່າແຂວງໄຫຫຼຳປະເທດຈີນເປັນຈຸດຄົບກັນທີ່ສຳຄັນຂອງຮອບໝູນວຽນເສດຖະກິດທັງພາຍໃນແລະສາກົນ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນທີ່ຈັດຂຶ້ນຢູ່ແຂວງໄຫຫຼຳ ຈະມີບົດບາດບໍ່ພຽງແຕ່ໃນຂົງເຂດອຸປະໂພກ-ບໍລິໂພກເທົ່ານັ້ນ, ຍັງໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກຂອງເຂດການຄ້າເສລີໄຫຫຼຳໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າອີກດ້ວຍ. ໃນໂອກາດໄປເອົາຂ່າວ, ນັກຂ່າວໄດ້ພົບວ່າ, ວິສາຫະກິດປະເທດໄທຈຳນວນບໍ່ໜ້ອຍໄດ້ຖືເອົາແຂວງໄຫຫຼຳເປັນ “ຈຸດຄ້ຳຊູສຳຄັນ” ຂອງຕົນໃນການພັດທະນາຢູ່ຕະຫຼາດຈີນ, ວິສາຫະກິດປະເທດໄທຈຳນວນໜຶ່ງໄດ້ລົງທຶນສ້າງຕັ້ງໂຮງງານຢູ່ແຂວງໄຫຫຼຳແລ້ວ, ນອກນີ້ຍັງມີວິສາຫະກິດໄທຈຳນວນໜຶ່ງກຳລັງພິຈາລະນາໃນການລົງທຶນເພື່ອສ້າງຕັ້ງໂຮງງານຢູ່ແຂວງໄຫຫຼຳເຊັ່ນກັນ.

ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານນາງອໍລະນຸດ ວັນນະພິນໂຍ (Oranuch Wannapinyo), ກົງສຸນທຸລະກິດຂອງສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທປະຈຳນະຄອນກວາງໂຈ່ວກ່າວວ່າ: ວິສາຫະກິດໄທເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້, ນອກຈາກໂຄສະນາຍີ່ຫໍ້ສິນຄ້າທີ່ມີຄຸນນະພາບສູງຂອງໄທຢູ່ເວທີສາກົນດັ່ງກ່າວແລ້ວ, ຍັງໄດ້ຖືເອົາງານວາງສະແດງຄັ້ງນີ້ເປັນໂອກາດທີ່ດີໃນການເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກ RCEP ແລະການຮ່ວມມືລະຫວ່າງໄທກັບຈີນອີກດ້ວຍ, ປະເທດໄທມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ອະນາຄົດຂອງການຮ່ວມມື ເນື່ອງໃນໂອກາດການມີຜົນບັງຄັບໃຊ້ຂອງ RCEP ປະສົມກັບບົດບາດຂອງເຂດການຄ້າເສລີໄຫຫຼຳຈີນ.

ໃນຂະນະທີ່ຍີ່ຫໍ້ຜະລິດຕະພັນຕ່າງປະເທດພະຍາຍາມກຳໂອກາດເພື່ອສາມາດເຂົ້າເຖິງຕະຫຼາດຈີນ, ວິສາຫະກິດຂອງເຂດບໍລິຫານພິເສດຮົງກົງຈີນຈຳນວນບໍ່ໜ້ອຍກໍຫວັງຢາກກຳໄດ້ໂອກາດຈາກການມີຜົນບັງຄັບໃຊ້ຂອງ RCEP, ເພື່ອຈະໄດ້ເຂົ້າຮ່ວມການຄ້າ, ການລົງທຶນເຊິ່ງກັນແລະກັນແລະການແລກປ່ຽນເຕັກນິກກັບປະເທດສະມາຊິກ RCEP.

ທ່ານໂຈ່ງຢຸງຊີ ຫົວໜ້າຜູ້ຕາງໜ້າແຜ່ນດິນໃຫຍ່ຈີນຂອງພະແນກການພັດທະນາການຄ້າຮົງກົງກ່າວວ່າ: RCEP ໄດ້ເຮັດໃຫ້ການຈໍລະຈອນສິນຄ້າແລະການໝູນວຽນຂອງທຶນພາຍໃນພາກພື້ນມີຄວາມສະດວກຍິ່ງຂຶ້ນ ຈາກການປະຕິບັດນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍພາສີ ແລະ ນະໂຍບາຍສ້າງຄວາມສະດວກໃນດ້ານຕ່າງໆເປັນຕົ້ນ, ການສ້າງເຂດການຄ້າເສລີໄຫຫຼຳແມ່ນມາດຕະການສຳຄັນຂອງປະເທດຊາດໃນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສະນັ້ນການເປີດປະຕູສູ່ພາຍນອກຂອງພວກເຮົາເຊື່ອມຕໍ່ກັບ RCEP, ໄດ້ກາຍເປັນໂອກາດພັດທະນາໃຫຍ່ທີ່ສຸດ.

ທ່ານຜູ້ຟັງທີ່ຮັກແພງ, ທີ່ທ່ານກຳລັງຕິດຕາມຮັບຟັງຢູ່ນີ້ແມ່ນລາຍການ “ເປີດປະຕູສູ່ເມືອງຈີນ” ຂອງ CRI-FM93Mhz, ທີ່ຜ່ານມາດວງພະຈັນໄດ້ແນະນຳສະພາບການຂອງນັກທຸລະກິດຈີນແລະຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ຈຳນວນໜຶ່ງ, ຕໍ່ໄປດວງພະຈັນຈະສືບຕໍ່ແນະນຳຈຸດເດັ່ນຂອງສິນຄ້າຕ່າງໆໃນງານວາງສະແດງຄັ້ງນີ້ສູ່ຟັງ.

ຜະລິດຕະພັນຫຼາຍຢ່າງຖືກນນຳມາເປີດໂຕເປັນຄັ້ງທຳອິດ, “ໃໝ່ສຸດໆ, ຄຸ້ມຄ່າທີ່ສຸດ!”

ຄຳວ່າ “ໃໝ່ສຸດໆ, ຄຸ້ມຄ່າທີ່ສຸດ!” ແມ່ນສຽງສະທ້ອນຈາກດວງໃຈຂອງຜູ້ທ່ຽວຊົມງານທັງຫຼາຍໃນສະໜາມຂອງງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2 ປີ 2022 ທີ່ກວ້າງຂວາງ.

ໃນເງື່ອນໄຂທີ່ໂລກໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປ່ຽນແປງໃໝ່ທີ່ປັ່ນປ່ວນ ແລະສົ່ງຜົນເຮັດໃຫ້ມີຄວາມບໍ່ໝັ້ນທ່ຽງ ແລະຄວາມບໍ່ແນ່ນອນເພີ່ມຂຶ້ນຢ່າງຈະແຈ້ງ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້ໄດ້ຈັດຂຶ້ນຕາມກຳນົດ, ຍິ່ງໄປກວ່ານັ້ນ, ເນື້ອທີ່ວາງສະແດງຍັງໄດ້ເພີ່ມຂຶ້ນ 2 ໝື່ນຕາແມັດເມື່ອທຽບໃສ່ງານວາງສະແດງຄັ້ງທຳອິດ. ຢູ່ທີ່ວາງສະແດງ, ມີຜະລິດຕະພັນໃໝ່ຫຼາຍກວ່າ 600 ຊະນິດຈາກປະເທດຕ່າງໆໄດ້ເປີດຕົວເປັນຄັ້ງທຳອິດ, ນັກທຸລະກິດທີ່ເຂົ້າຮ່ວມງານວາງສະແດງຕ່າງກໍເຫັນວ່າ, ຕ້ອງ “ສົ່ງຜະລິດຕະພັນໃໝ່ສຸດ ແລະ ດີທີ່ສຸດໄປງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນ” .

ຜະລິດຕະພັນໃໝ່ເປີດຕົວເປັນຄັ້ງທຳອິດໃນທົ່ວໂລກ, ເປີດຕົວເປັນຄັ້ງທຳອິດຢູ່ເຂດອາຊີປາຊີຟິກ, ເປີດຕົວເປັນຄັ້ງທຳອິດຢູ່ຕາມຊ່ອງທາງຂາຍຍ່ອຍເຂດອາຊີປາຊີຟິກ, ເປີດຕົວເປັນຄັ້ງທຳອິດຢູ່ປະເທດຈີນ, ເປີດຕົວເປັນຄັ້ງທຳອິດໃນຊ່ອງທາງອອຟລາຍ ແລະອື່ນໆ. ຜະລິດຕະພັນໃໝ່ຊະນິດຕ່າງໆທີ່ໃຊ້ວິທະຍາສາດເຕັກນິກໃໝ່ ແລະ ມີທັດສະນະໃໝ່ໄດ້ກາຍເປັນປ່ອງຢ້ຽມທີ່ສຳຄັນເຊິ່ງສະແດງໃຫ້ເຫັນເຖິງການຍົກລະດັບຂອງການບໍລິໂພກ ແລະຊົມໃຊ້ຊີວິດທີ່ສວຍງາມ, ທັງເປັນການເລົ່າເລື່ອງທີ່ຈັບໃຈຄົນທີ່ວ່າ “ສານຄວາມງາມຂອງກັນແລະກັນໃຫ້ປະສົມເຂົ້າກັນ ເພື່ອບັນລຸຄວາມງາມໃນອຸດົມຄະຕິທີ່ເຊື່ອມໂຍງແລະເປັນເອກະພາບກັນ” ລະຫວ່າງປະເທດຈີນກັບໂລກ.

ໃນງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນສອງຄັ້ງລຽນຕິດ, ກຸ່ມບໍລິສັດ L’ORÉAL ລ້ວນແຕ່ຖືເອົາສະຖານທີ່ຂອງງານວາງສະແດງເປັນສະຖານທີ່ເປີດຕົວຜະລິດຕະພັນໃໝ່ຊະນິດຕ່າງໆຄັ້ງທຳອິດ. ວັນທີ 26 ກໍລະກົດປີນີ້, ຫໍວາງສະແດງຂອງກຸ່ມບໍລິສັດ L’ORÉAL ຫາກໍເປີດນຳໃຊ້, ກໍໄດ້ຈັດພິທີເປີດຕົວນ້ຳຫອມຍີ່ຫໍ້ PRADA ແລະ ຍີ່ຫໍ້ TAKAMI ຄັ້ງທຳອິດໂດຍຫັນໜ້າສູ່ນັກທ່ອງທ່ຽວຢູ່ແຂວງໄຫຫຼຳ.

ຢູ່ບ່ອນວາງສະແດງກາງແຈ້ງທີ່ຢູ່ນອກອາຄານງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກ, ລົດຍາວພິເສດຄັນໜຶ່ງທີ່ມີສີສັນສົດໃສເຕັມໂຕ ແລະ ເຕັມໄປດ້ວຍກິ່ນອາຍແຫ່ງອຸດສາຫະກຳໄດ້ດຶງດູດສາຍຕາຂອງຜູ້ທ່ຽວຊົມທັງຫຼາຍ. ນີ້ແມ່ນລົດຂີ້ເຜິ້ງ(wax truck)ຄັນທຳອິດຂອງຈີນທີ່ “ເປັນລົດປະດິດສ້າງໃໝ່, ນຳໜ້າລະດັບຂອງໂລກ ແລະ ຜະລິດຢູ່ພາຍໃນປະເທດຈີນທຸກສິ້ນສ່ວນ”. ລົດຄັນນີ້ໄດ້ຮັບສິດທິບັດ 81 ລາຍການ ລວມທັງສິດທິບັດການປະດິດສ້າງໃໝ່ 21 ລາຍການ, ແລະມີການບຸກທະລຸດ້ານເຕັກນິກ 24 ລາຍການ.

ຢູ່ຝັ່ງນີ້, ເຂດພັກຜ່ອນຢ່ອນໃຈ Hello Kitty ຢູ່ນະຄອນຊ່ານຢ້າແຂວງໄຫຫຼຳໄດ້ເປີດຕົວຢູ່ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກເປັນຄັ້ງທຳອິດ, ເຂດພັກຜ່ອນດັ່ງກ່າວມີເວທີວາງສະແດງສວນສະໜຸກແບບສຳຜັດຢ່າງໃກ້ຊິດທີ່ມີຂະໜາດໃຫຍ່ເຖິງ 400 ຕາແມັດ, ລົດໄຟລອຍຟ້າສູງ 6 ແມັດ ແລະຊິງຊ້າສູງ 5,6 ແມັດຢູ່ໃນຮົ່ມ ແລະອື່ນໆ, ຄືວ່າໄດ້ “ຍ້າຍ” ເຂດພັກຜ່ອນຢ່ອນໃຈ Hello Kitty ນະຄອນຊ່ານຢ້າໄປວາງສະແດງໃນງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກເລີຍ. ຢູ່ອີກຝັ່ງໜຶ່ງ, ferrari ແລະ Maserati ເຊິ່ງເປັນຍີ່ຫໍ້ລົດທີ່ມີຊື່ສຽງຂອງອີຕາລີທີ່ເຂົ້າຮ່ວມງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນເປັນຄັ້ງທຳອິດນັ້ນໄດ້ນຳເອົາລົດສະປອດຫຼາຍລຸ້ນມາວາງສະແດງ ເຊັ່ນ: MC20, Roma ແລະອື່ນໆ, ລົດສະປອດເຫຼົ່ານີ້ມີຮູບຊົງສວຍງາມ, ມີແມ່ແຮງເຂັ້ມແຂງ ແລະການຄວບຄຸມມີຄວາມຄ່ອງແຄ້ວ, ໄດ້ສະແດງໃຫ້ເຫັນເຖິງຄວາມມີສະເໜ່ແບບອີຕາລີທີ່ເຂັ້ມຂຸ້ນ.

ໃນຖານະເປັນງານວາງສະແດງລະດັບຊາດທີ່ເນັ້ນສິນຄ້າອຸປະໂພກ-ບໍລິໂພກຊັ້ນເລີດເປັນຫົວຂໍ້ ແລະ ເປັນງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກຊັ້ນເລີດທີ່ມີຂະໜາດໃຫຍ່ທີ່ສຸດຢູ່ເຂດອາຊີປາຊີຟິກ, ບໍ່ຕ້ອງສົງໄສເລີຍວ່າ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນແມ່ນເວທີສຳຄັນທີ່ຊຸກຍູ້ການຍົກລະດັບການບໍລິໂພກຂອງທັງຕະຫຼາດຈີນແລະຕະຫຼາດໂລກ, ການຍົກລະດັບການບໍລິໂພກນີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນໃນດ້ານເຄື່ອງອຸປະໂພກ-ບໍລິໂພກຊັ້ນເລີດຂອງໂລກ ແລະ ການເປີດຕົວສິນຄ້າອຸປະໂພກ-ບໍລິໂພກຄັ້ງທຳອິດເທົ່ານັ້ນ, ຍິ່ງໄດ້ສະແດງໃຫ້ເຫັນຈາກການລິເລີ່ມທັດສະນະໃໝ່ ເຊັ່ນ: ການບໍລິໂພກທີ່ດີ, ການບໍລິໂພກແບບຍືນຍົງ ແລະອື່ນໆ. ເຕັກນິກໃໝ່ແລະຜະລິດຕະພັນໃໝ່ຕ່າງໆ, ລ້ວນແຕ່ໄດ້ເນັ້ນທິດທາງດຽວກັນ ນັ້ນກໍຄື: ຊີວິດການເປັນຢູ່ທີ່ສົມປາຖະໜາ!

ໃນດ້ານຜະລິດຕະພັນເພັດນິນຈິນດາ, ບໍລິສັດ Qeelin ເຊິ່ງເປັນບໍລິສັດຜະລິດເພັດນິນຈິນດາທີ່ຂຶ້ນກັບກຸ່ມບໍລິສັດ Kering ຂອງຝຣັ່ງໄດ້ຄົ້ນຄວ້າຜະລິດເພັດພອຍ bobo ທີ່ເນັ້ນຫົວຂໍ້ທະນີແຂວງໄຫຫຼຳເພື່ອເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ບໍລິສັດ LAVIAN ເຊິ່ງເປັນບໍລິສັດຜະລິດເພັດນິນຈິນດາສິລະປະທີ່ມີຊື່ສຽງຂອງສວິສໄດ້ນຳເອົາຜະລິດຕະພັນຕ່າງໆທີ່ເປັນຜະລິດຕະພັນຂອງປີ 2022 ທີ່ມີຫົວຂໍ້ວ່າ “ບິນສູ່ອະນາຄົດ” ໄປເຂົ້າຮ່ວມງານວາງສະແດງ, ເປັນການສ້າງແຮງບັນດານໃຈໃຫ້ແກ່ຄົນທັງຫຼາຍໃນການສະແຫວງຫາແຟຊັນແລະຄວາມງາມ.

ໃນດ້ານຜະລິດຕະພັນເຫຼົ້າ, ບໍລິສັດຜະລິດເຫຼົ້າວິສກີ The Dalmore ຂອງອັງກິດ ໄດ້ນຳເອົາເຫຼົ້າວິສກີລະດັບສຸດຍອດສຳລັບປ້ອນຕະຫຼາດຈີນ ໄປວາງສະແດງທາງອອຟລາຍເປັນຄັ້ງທຳອິດ, ກຸ່ມບໍລິສັດ Edrington ໄດ້ວາງສະແດງເຫຼົ້າວິສກີທີ່ໃຊ້ໜໍ່ເຂົ້າເບຼເປັນວັດຖຸດິບໃນການຜະລິດ ເຊິ່ງເປັນວິສກີປະເສີດທີ່ຜະລິດໃນປີ 1981, ໄດ້ເຮັດໃຫ້ຜູ້ທ່ຽວຊົມສາມາດສຳຜັດກັບລົດຊາດທີ່ໂດດເດັ່ນຂອງເຫຼົ້າຂາວລະດັບສຸດຍອດຢ່າງເຕັມທີ່.

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ທ່ານຜູ້ຟັງທີ່ຮັກແພງ, ໃນລາຍການ “ເປີດປະຕູສູ່ເມືອງຈີນ” ມື້ນີ້, ດວງພະຈັນໄດ້ແນະນຳສະພາບການຂອງ ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2. ເລື່ອງເຫຼົ່ານີ້ໄດ້ເຮັດໃຫ້ທ່ານຮູ້ສຶກປະທັບໃຈບໍ່? ຍິນດີຕ້ອນຮັບທ່ານຕິດຕໍ່ພົວພັນກັບພວກເຮົາ, ທ່ານສາມາດເຂົ້າເບິ່ງເວັບໄຊຂອງພວກເຮົາໄດ້ທີ່: laos.cri.cn, ຫຼືຕິດຕາມ FB ຂອງພວກເຮົາໄດ້ຄື: CRI-FM93, ທ່ານຍັງສາມາດສົ່ງ E-mail ເຖິງພວກເຮົາຕາມທີ່ຢູ່ laos@cri.com.cn,  ຂອບໃຈທີ່ທ່ານໃຫ້ຄວາມສົນໃຈຮັບຟັງລາຍການຂອງພວກເຮົາ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.