ຣັດເຊຍກ່າວວ່າ: ໄດ້ມ້າງຄະດີນາງດູກິນນາຖືກລອບສັງຫານແລ້ວ

2022-08-23 11:16:27 cri

ວັນທີ 22 ສິງຫານີ້, ຂ່າວສານຕາສໄດ້ຍົກເອົາຂ່າວຈາກອົງການຄວາມໝັ້ນຄົງຣັດເຊຍມາລາຍງານວ່າ: ຄະດີທ່ານນາງ ດາເຣຍ ດູກິນນາ ລູກສາວຂອງທ່ານ ອາເລັກຊັນເດີ ດູກິນ ນັກວິຊາການ, ນັກເຄື່ອນໄຫວສັງຄົມທີ່ມີຊື່ສຽງຂອງຣັດເຊຍ ຖືກລອບສັງຫານນັ້ນ ໄດ້ຖືກມ້າງແລ້ວ.

ອົງການຄວາມໝັ້ນຄົງຣັດເຊຍໃຫ້ຮູ້ວ່າ: ອາຊະຍາກຳສັງຫານທ່ານນາງ ດູກິນນາ ແມ່ນກະກຽມ ແລະ ປະຕິບັດໂດຍພາກສ່ວນບໍລິການພິເສດຂອງອູແກຣນ.

ມື້ດຽວກັນ, ທ່ານ ໂອເລກຊີ ດານີລົບ ເລຂາຂອງຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ແລະ ປ້ອງກັນປະເທດອູແກຣນ ກ່າວວ່າ: ອູແກຣນເຫັນວ່າ, ແມ່ນອົງການຄວາມໝັ້ນຄົງຣັດເຊຍໄດ້ວາງແຜນກໍ່ເຫດການລະເບີດລົດຍົນຢູ່ລັດມົສກູ ເພື່ອຖິ້ມໂທດໃຫ້ອູແກຣນ. ທ່ານກ່າວເນັ້ນໜັກອີກວ່າ: ອູແກຣນບໍ່ມີສ່ວນກ່ຽວຂ້ອງກັບເຫດການນີ້.