ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ຈະຊຸກຍູ້ການຮ່ວມມືດ້ານການທະນາຄານລະຫວ່າງສອງຝ່າຍໃຫ້ລົງສູ່ລວງເລິກ

2022-08-25 11:31:20 cri


   ຫວ່າງມໍ່ໆມານີ້ ນັກຂ່າວໄດ້ຮັບຂໍ້ມູນຈາກກອງເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ຈະສືບຕໍ່ຈັດຕັ້ງເຂດວາງສະແດງສະເພາະການບໍລິການດ້ານການທະນາຄານ,ທັງຈັດເວທີປຶກສາຫາລືດ້ານການທະນາຄານຈີນ-ອາຊຽນ ແລະກິດຈະກຳຄົບຊຸດອື່ນໆ, ລົງເລິກຊຸກຍູ້ການຮ່ວມມືດ້ານການທະນາຄານແລະການປະດິດສ້າງໃໝ່ໃນຂະແໜງການນີ້ລະຫວ່າງຈີນກັບອາຊຽນ,ບໍລິການໃຫ້ການຮ່ວມມືດ້ານການທະນາຄານຈີນ-ອາຊຽນ.

   ຕາມການແນະນຳໃຫ້ຮູ້ວ່າ: ໃນໄລຍະຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ19ຍັງຈະຈັດເວທີປຶກສາຫາລືຜູ້ນຳກ່ຽວກັບການຮ່ວມມືແລະການພັດທະນາດ້ານການທະນາຄານຈີນ-ອາຊຽນຄັ້ງທີ14,ເວທີປືກສາຫາລືກ່ຽວກັບການຮ່ວມມືແລະການພັດທະນາດ້ານປະກັນໄພຈີນ-ອາຊຽນຄັ້ງທີ7,ຊຸກຍູ້ການຮ່ວມມືດ້ານການທະນາຄານຈີນ-ອາຊຽນໃຫ້ພັດທະນາສູ່ລວງເລິກ,ສະໜອງການສະໜັບສະໜູນດ້ານການທະນາຄານຢ່າງຫຼວງຫຼາຍກວ່າເກົ່າໃຫ້ແກ່ການລົງທຶນດ້ານການຄ້າລະຫວ່າງວິສາຫະກິດຈີນ-ອາຊຽນ.