ອັດຕາການເກີດລວມແລະຈຳນວນເດັກແດງຂອງສ.ເກົາຫຼີໃນປີ 2021 ລ້ວນແຕ່ສ້າງສະຖິຕິຕ່ຳສຸດໃນປະຫວັດສາດ

2022-08-25 11:41:58 CRI


    ອີງຕາມບົດລາຍງານ “ສະຖິຕິການເກີດປີ 2021” ທີ່ອົງການສະຖິຕິສ.ເກົາຫຼີປະກາດໃນວັນທີ 24 ສິງຫານີ້ສະແດງໃຫ້ເຫັນວ່າ: ອັດຕາການເກີດລວມຢູ່ສ.ເກົາຫຼີໃນປີ 2021 ໄດ້ຫຼຸດລົງ 3,4% ເມື່ອທຽບໃສ່ໄລຍະດຽວກັນປີ 2020 ມີ ພຽງ 0,81 ຄົນເທົ່ານັ້ນ ເຊິ່ງໄດ້ສ້າງສະຖິຕິຕ່ຳສຸດນັບແຕ່ມີການບັນທຶກຕົວເລກສະຖິຕິທີ່ກ່ຽວຂ້ອງ. ນອກນີ້, ຈຳນວນເດັກແດງຂອງສ.ເກົາຫຼີໃນປີ 2021 ກໍ່ຫຼຸດລົງ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ມີຈຳນວນ 260.600 ຄົນ ໂດຍໄດ້ສ້າງສະຖິຕິຕ່ຳສຸດອີກເທື່ອໜຶ່ງ.


    ນັບແຕ່ສ.ເກົາຫຼີດຳເນີນການບັນທຶກຕົວເລກສະຖິຕິຕໍ່ຈຳນວນເດັກແດງໝົດປີແຕ່ປີເລີ່ມ 1970 ເປັນຕົ້ນມາ, ຈຳນວນເດັກແດງມີຫຼາຍກວ່າ 1.000.000 ຄົນ. ຫຼັງຈາກສະຕະວັດທີ 21 ຈຳນວນເດັກແດງໄດ້ຫຼຸດລົງໄວທີ່ສຸດ, ປີ 2001 ຫຼຸດລົງເຖິງ 600.000 ຄົນ, ປີ 2002 ຫຼຸດລົງເຖິງ 500.000 ຄົນ, ປີ 2017 ຫຼຼຸດລົງເຖິງບໍ່ຮອດ 400.000 ຄົນ, ຮອດປີ 2020 ກໍ່ໄດ້ຫຼຸດລົງເຖິງບໍ່ຮອດ 300.000 ຄົນ.

 

     ເມື່ອເບິ່ງຈາກອາຍຸການເກີດລູກແລ້ວ, ອັດຕາການເກີດຂອງແມ່ຍິງອາຍຸລະຫວ່າງ 25 ປີຫາ 35 ປີຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ອັດຕາການເກີດຂອງແມ່ຍິງອາຍຸສູງກວ່າຸ 35 ປີໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ໂດຍສະເພາະແມ່ນອັດຕາການເກີດຂອງແມ່ຍິງທີ່ມີອາຍຸສູງກວ່າ 40 ປີແມ່ນ 7,6 ຄົນ ໄດ້ສ້າງສະຖິຕິສູງສຸດນັບແຕ່ເລີ່ມດຳເນີນການບັນທຶກຕົວເລກສະຖິຕິທີ່ກ່ຽວຂ້ອງໃນປີ 1993.