ກະຊວງການຄ້າຈີນຕອບໂຕ້ອາເມຣິກາທີ່ຈັດເອົາວິສາຫະກິດ7ແຫ່ງຂອງຈີນເຂົ້າໃນລາຍຊື່ຈຳກັດຄຸ້ມຄອງການສົ່ງອອກ

2022-08-26 11:34:12 cri


   ຫວ່າງມໍ່ໆມານີ້ ກະຊວງການຄ້າອາເມຣິກາແຈ້ງຂ່າວວ່າ: ໄດ້ຈັດເອົາວິສາຫະກິດ7ແຫ່ງຂອງຈີນເຂົ້າໃນລາຍຊື່ຈຳກັດຄຸ້ມຄອງການສົ່ງອອກຂອງປະເທດຕົນ. ຕໍ່ກັບເລື່ອງນີ້ ທ່ານນາງ ຊູ້ເຈທີງ ໂຄສົກກະຊວງການຄ້າຈີນໄດ້ຕອບໂຕ້ວ່າ: ຈີນໄດ້ຄັດຄ້ານຕໍ່ກັບເລື່ອງນີ້ຢ່າງເດັດຂາດ,ອາເມຣິກາຄວນຍຸດຕິການກະທຳທີ່ຜິດພາດດັ່ງກ່າວໃນທັນທີ.

   ທ່ານນາງຊູ້ເຈທີງກ່າວຕື່ມວ່າ: ອາເມຣິກາໄດ້ປ່າວປະກາດແນວຄິດດ້ານຄວາມໝັ້ນຄົງແຫ່ງຊາດມາໂດຍຕະຫຼອດ,ໃຊ້ມາດຕະການຈຳກັດຄຸ້ມຄອງການສົ່ງອອກໄປທົ່ວທີບ,ໃຊ້ກຳລັງຂອງລັດທຳການກົດຂີ່ແລະສະກັດກັ້ນຕໍ່ວິສາຫະກິດແລະອົງການຈັດຕັ້ງຂອງປະເທດອື່ນ,ຈັດເອົາອົງກອນຕົວຈິງ7ແຫ່ງຂອງຈີນເຂົ້າໃນລາຍຊື່ຈຳກັດຄຸ້ມຄອງການສົ່ງອອກ. ຈີນໄດ້ຄັດຄ້ານຕໍ່ກັບເລື່ອງນີ້ຢ່າງເດັດຂາດ. ການກະທຳຂອງອາເມຣິກາໄດ້ທຳລາຍການໄປມາຫາສູ່ກັນແລະການຮ່ວມມືດ້ານເສດຖະກິດການຄ້າທີ່ເປັນປົກກະຕິລະຫວ່າງວິສາຫະກິດຂອງຈີນແລະອາເມຣິກາຢ່າງໜັກໜ່ວງ,ທຳລາຍກະຕິກາຕະຫຼາດແລະລະບຽບດ້ານເສດຖະກິດການຄ້າໃນສາກົນຢ່າງໜັກໜ່ວງ,ຂົ່ມຂູ່ເຖິງຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງໃນທົ່ວໂລກຢ່າງໜັກໜ່ວງ,ເຊິ່ງບໍ່ມີຜົນດີຕໍ່ຈີນແລະອາເມຣິກາ,ທັງບໍ່ມີຜົນດີຕໍ່ໂລກ.ອາເມຣິກາຄວນຍຸດຕິການກະທຳທີ່ຜິດພາດຂອງຕົນໃນທັນທີ,ຈີນຈະນຳໃຊ້ມາດຕະການອັນຈຳເປັນ,ເພື່ອປົກປ້ອງສິດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດແລະອົງການຈັດຕັ້ງຂອງຈີນຢ່າງເດັດດ່ຽວ.